ໃນຕອນເຊົ້າຂອງ ວັນທີ 23 ກຸມພາ 2021 ທີ່ຜ່ານມານີ້ ຢູ່ທີຫ້ອງປະຊຸມຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວວລ້ອມ ແຂວງສາລະວັນ ໄດ້ປະຊຸມປືກສາຫາລືກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມຂອງໂຄງການຂື້ນທະບຽນອອກໃບຕາດິນເປັນລະບົບ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ສຸພະໄຊ ບຸນຍົງ ຮອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ,ພ້ອມດ້ວຍຂະແໜງການຈາກພາກສ່ວນທີ່ກ່ຽວຂອ້ງເຂົ້າຮ່ວມທັງໝົດ 14 ທ່ານ

ຈຸດປະສົງເພື່ອປືກສາຫາລືກ່ຽວກັບອົງປະກອບຂອງໂຄງການຂື້ນທະບຽນການນໍາໃຊ້ທີ່ດິນແບບເປັນລະບົບ(eslrp) ຄວາມສຽງ ແລະ ຜົນກະທົບຂອງໂຄງການ,ການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ລວມມີ: 1 ກອບນະໂຍບາຍການຄຸ້ມຄອງສິ່ງແວດລ້ອມ-ສັງຄົມ,ແຜນການໃນການມີສ່ວນຮ່ວມຂອງບັນດາພາກສ່ວນຕ່າງໆທີ່ກ່ຽວຂ້ອງ,2 ກອບການຄຸ້ມຄອງພັດທະນາຊົນເຜົ່າ ແລະ ແຜນການຄຸ້ມຄອງແຮງງານ,ນອກຈາກນັ້ນລັດຖະບານ ສປປ ລາວ ໄດ້ມີເປົ້າໝາຍທີ່ຈະຂື້ນທະບຽນທີ່ດິນໃຫ້ໄດ້ 1,2ລ້ານຕອນໃນທົ່ວປະເທດໃຫ້ສຳເລັດໃນທ້າຍປີ2025.