ໃນຄັ້ງວັນທີ 17 - 19 ມີນາ 2021 ນີ້ ຢູ່ທີ່ຫ້ອງປະຊຸມຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ໄດ້ຈັດຊຸດຝືກອົບຮົມ ກ່ຽວກັບການນຳໃຊ້ບັນຊີຄູ່ຂອງອົງການຈັດຕັ້ງລັດໃຫ້ແກ່ ພະນັກງານວິຊາການ ຫຊສ 8 ຕົວເມືອງ ແລະ ບັນດາຂະແໜງການທີ່ຂື້ນກັບ ພຊສ ເຂົ້າຮ່ວມທັງໝົດ 25 ທ່ານ ໃນນັ້ນມີຄູຝືກທີ່ມາຈາກພະແນກການເງີນແຂວງ 2 ທ່ານ ຈຸດປະສົງໃນການຝືກອົບຮົມຄັ້ງນີ້

ກໍ່ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບພະນັກງານວິຊາການເພື່ອຮັບປະກັນໃນການຈັດຕັ້ງປະຕິບັດໃຫ້ມີຄວາມຖືກຕ້ອງຕາມລະບຽບການບັນຊີ