ໃນຕອນເຊົ້າຂອງວັນທີ 25 ມີນາ 2021 ທີ່ຜ່ານມານີ້ ພະແນກ ຊສ ແຂວງສາລະວັນ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຢູ່ທີ່ສູນຝືກອົບສາຫາພັນແມ່ຫຍິງແຂວງ ພາຍໃຕ້ການເປັນປະທານ ຂອງທ່ານສັກດາ ແກ້ວດວງສີ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ,ມີບັນດາທ່ານສຳມະຊິກພັກສົມບູນ,ສຳຮອງ,ພະນັກງານລັດຖະກອນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມທັງໝົດ 56 ທ່ານ ຍິງ 16 ທ່ານ

ຈຸດປະສົງປະຊຸມຄັ້ງນີ້ກໍ່ເພື່ອເປັນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຄາດຄະເນເປົ້າໝາຍພະນັກງານທີ່ຈະຈັດວ່າງເຂົ້າໃນຕຳແໜງງານພະນັກງານນຳພາ-ຄຸ້ມຄອງແຕ່ລະຂັ້ນແຕ່ລະຂະແໜງການແນ່ໃສ່ພະນັກງານສືບທອດປ່ຽນແທນຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານການກະກຽມບຸກຄະລະກອນໃນລັກສະເປີດກ້ວາງເພື່ອໃຫ້ມີການເລືອກເພັນພະນັກງານນຳພາ-ຄຸ້ມຄອງຕອບສະໜອງທາງດ້ານຈຳນວນຄຸນນະພາບໂຄງປະກອບບຸກຄະລະກອນໃຫ້ຄົບຊຸດຕາມຄວາມຮຽກຮອງຕ້ອງການຂອງບັນດາຕຳແໜງງານນຳພາຄຸ້ມຄອງແຕ່ລະຂັ້ນແຕ່ລະຂະແໜງການໃນລະບົບການເມືອງເພື່ອຈັດຕັ້ງແຜນພັດທະນາເສດຖະກິດສັງຄົມ,ນອກຈາກນັ້ນຜູ້ເຂົ້າຮ່ວມກໍ່ໄດ້ຮັບຟັງການຜ່ານຂໍ້ຕົກລົງສະບັບເລກທີ 500/ພຊສ.ສວ,ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ໄດ້ດຳເນີນການປ່ອນບັດຮອບ1 ກອງປະຊຸມດັງກ່າວແມ່ນຈະໄດ້ນຳເນີນເປັນເວລາ 2ວັນຈິງຈະສໍຳເລັດ