ໃນຕອນເຊົ້້າ ຂອງວັນທີ 30 ມີນາ 2021 ນີ້ ຢູ່ທີ່ຫ້ອງປະຊຸມຂອງໂຮມແຮມພົນໄຊແຂວງສາລະວັນ ໄດ້ຈັດຝືກອົບຮົມ ກ່ຽວກັບການເຮັດພະຍາກອນສະພາບອາກາດຮ້າຍແຮງ ສຳລັບທ້ອງຖີ່ນ ພາຍໃຕ້ການເປັນປະທານຂອງທ່ານ ວິນລຽມ ຮອງຫົວໜ້າກົມ ອຸຕຸນິຍົມ ແລະ ອຸທົກກະສາດ,ໃຫ້ກຽດເປັນທານຮ່ວມໂດຍ ທ່ານສັກດາ ແກ້ວດວງສີ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນຮ່ວມທັງໝົດ 39 ທ່ານ ໃນນັ້ນມາຈາກສູນກາງ (ກົມອຸຕຸນິຍົມ ແລະ ອຸທົກກະສາດ ) 4 ທ່ານ,ມາຈາກພຊສ ແຂວງເຊກອງ 2 ທ່ານ,ພຊສ ແຂວງນະຄອນປາກເຊ 2 ທ່ານ,ພຊສ ແຂວງອັດຕະປື 3 ທ່ານ, ພຊສ ແຂວງສາລະວັນ ແລະ ຫຊສ 8 ຕົວເມືອງ.

ຈຸດປະສົງໃນການຝືກອົບຮົມຄັ້ງນີ້ແມ່ນ:1.ເພື່ອສ້າງຄວາມເຂັ້ມແຂງ ແລະ ຍົກລະດັບລະບົບການຕິດຕາມສະພາບອາກາດຮ້າຍແຮງໃຫ້ແກ່ພະນັກງານວິຊາການໃນທ້ອງຖີ່ນ,2.ເພື່ອສ້າງຄວາມຊໍານິຊໍານານໃນການວິໄຈສະພາບອາກາດ,3.ເພືອສ້າງເພື່ອສ້າງຄວາມເຂັ້ມແຂງ ແລະ ຍົກລະດັບໃຫ້ແກ່ພະນັກງານທ້ອງຖີ່ນໃນການເຮັດພະຍາກອນອາກາດ ແລະ ແຈ້ງເຕື່ອນໄຟລວງໜ້າເພື່ອກະກຽມຮັບມືກັບລະດູຝົນທີໄກ້ຈະມາເຖີງນີ້ໃຫ້ມີຄວາມຕຽມພ້ອມ ແລະ ແຈ້ງການລ່ວງໜ້າໃຫ້ສັງຄົມໃດ້ຮັບຮູ້ຢ່າງຫ່ວງທັນຖ້າຫາກມີເຫດການຄວາມສ່ຽງຕ່າງໆ ເກີດຂຶ້ນ ຝືກອົບຮົມໃນຄັ້ງນີ້ແມ່ນຈະດຳເນີນເປັນເວລາ 2 ວັນຈິ່ງຈະສຳເລັດ.