Print

        ໃນຕອນເຊົ້າ ເວລາ 8: 30 ນາທີ ຂອງວັນທີ 29 ມິຖຸນາ 2021 ນີ້, ຄະນະອົງການກວດສອບພາກໃຕ້ ທີ່ມາຈາກແຂວງຈຳປາສັກ ເຊີ່ງນຳທີມໂດຍ ທ່ານ ວິໄລວັນ ບຸດຕາ ຫົວໜ້າພະແນກກວດສອບໂຄງການລົງທືນຂອງລັດ ເປັນຫົວໜ້າຄະນະກວດສອບ ແລະ ອົງການກວດກາແຂວງສາລະວັນ ໄດ້ເຂົ້າພົບທ່ານ ສັກດາ ແກ້ວດວງສີ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ເພື່ອແຈ້ງຈຸດປະສົງ ແລະ ຮ່ວມເຮັດວຽກກັບພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໃນກຳນົດເວລາ 02 ວັນ ( 29 – 30 ມິຖຸນາ 2021 ).

      ຈຸດປະສົງຂອງການລົງເຮັດວຽກຂອງຄະນະກວດສອບໃນຄັ້ງນີ້:

         ຫຼັງຈາກຄະນະກວດສອບພາກໃຕ້ ເຂົ້າພົບການນຳຂອງພະແນກ ຊສ ແລ້ວ ກໍ່ໄດ້ຮ່ວມເຮັດວຽກດ້ານວິຊາການກັບບັນດາຂະແໜງການຂອງ ພະແນກ ຊສ ແຂວງ ທີ່ພົວພັນກັບລາຍຮັບງົບປະມານຂອງລັດ ເຊັ່ນ: ຫ້ອງການບໍລິຫານ, ແຜນການ ແລະ ການເງິນ, ຂະແໜງທີ່ດິນ ແລະ ຂະແໜງສິ່ງແວດລ້ອມ, ນ້ຳ, ອຸຕຸນິຍົມ ແລະ ອຸທົກກະສາດ.