Print

        ໃນຕອນເຊົ້າ ເວລາ 8: 00 ນາທີ ຂອງວັນທີ 1 ກໍລະກົດ 2021 ນີ້, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ໄດ້ຈັດກອງປະຊຸມເຊື່ອມຊືມ ແລະ ຜັນຂະຫຍາຍມະຕິຕົກລົງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ໃຫ້ກຽດເປັນປະທານຂອງທ່ານ ສຸພະໄຊ ບຸນຍົງ ຮອງເລຂາໜ່ວຍ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຊີ່ງມີບັນດາທ່ານຮັກສາການຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການ ພາຍໃນພະແນກ ຊສ ເຂົ້າຮ່ວມທັງໝົດ 68 ທ່ານ, ຍິິງ 26 ທ່ານ.

        ທ່ານ ສຸພະໄຊ ບຸນຍົງ ໄດ້ໃຫ້ກຽດການຜ່ານເອກະສານເຊື່ອມຊືມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ແລະ ໄດ້ຜ່ານ ມະຕິຂອງກົມການເມືອງສນກາພັກ ເລກທີ 206 ແລະ ເລກທີ 25. ຫຼັງຈາກນັ້ນ ກອງປະຊຸມໄດ້ແບ່ງປັນເປັນຈຸເປັນກຸ່ມ ເພື່ອຄົ້ນຄວ້າເອກະສານເຈາະຈີ້ມກ່ຽວກັບການເຊື່ອມຊືມເອກະສານດັ່ງກ່າວ ແລະ ມື້ທີ່ 2 ໃຫ້ກຽດການຜ່ານເອກະສານຜັນຂະຫຍາຍມະຕິຕົກລົງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໂດຍທ່ານ ສັກດາ ແກ້ວດວງສີ ເລຂາໜ່ວຍພັກ ຫົວໜ້າພະແນກ ຊສ ແຂວງ ແລະ ແຕ່ລະກຸ່ມກໍ່ໄດ້ຄົ້ນຄວ້າເອກະສານ ເພື່ອຂຶ້ນລາຍງານກຽ່ວກັບຄຳຖາມ ເຈາະຈີ້ມຢ່າງເປັນຂະບວນຟົດຟື້ນ.