Print

     ໃນຕອນເຊົ້າຂອງວັນທີ 20 ກໍລະກົດ 2021 ເວລາ 8: 00 ນາທີ ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຂອງພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ໄດ້ຈັດກອງປະຊຸມປືກສາຫາລື ກ່ຽວກັບ ວຽກງານການຄຸ້ມຄອງໂຄງການ ໂດຍທີມກອງເລຂາຄະນະກຳມະການແມ່ນໍ້າຂອງແຫ່ງຊາດ ກະຊວງ ຊສ, ກົມແຜນການ ແລະ ການຮ່ວມມື ກະຊວງ ຊສ, ຄະນະຮັບຜິດຊອບໂຄງການສ້າງຄວາມສາມາດ ໃນການຄຸ້ມຄອງໃຫ້ແກ່ຄະນະກຳມະການແມ່ນໍ້າຂອງແຫ່ງຊາດ ແລະ ກົມເສດຖະກິດ ກະຊວງການຕ່າງປະເທດ  ລົງເຮັດວຽກຮ່ວມກັບພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ

ໃຫ້ກຽດເປັນປະທານຂອງ  ທ່ານ ສັກດາ ແກ້ວດວງສີ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ  ໂດຍປະກອບມີຫົວໜ້າຂະແໜງ, ຮອງຫ້ອງການບໍລິຫານ, ແຜນການ ແລະ ການເງິນ (ພຊສ), ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການຂອງຂະແໜງ ສິ່ງແວດລ້ອມ, ນໍ້າ, ອຸຕຸນິຍົມ ແລ ອຸທົກກະສາດ ເຂົ້າຮ່ວມທັງໝົດຈຳນວນ 16 ທ່ານ, ຍິງ 04 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອ:

  1. ນຳສະເໜີ ພາບລວມຂອງວຽກງານຂອບການຮ່ວມມືແມ່ນໍ້າຂອງ ແລະ ບັນດາໂຄງການທີ່ໄດ້ຮັບຈາກທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.
  2. ນຳສະເໜີ ແລະ ລົງເລີກປະຕິບັດຕົວຈິງ ກ່ຽວກັບການຂຽນໂຄງການ ເພື່ອຕອບສະໜອງຄວາມຕ້ອງການຂອງບັນດາແຂວງພາກໃຕ້.
  3. ນຳສະເໜີ ແລະ ລົງເລີກປະຕິບັດຕົວຈິງ ກ່ຽວກັບການລາຍງານຂະບວນການຕິດຕາມ ແລະ ລະບົບການລາຍງານ ການຈັດຕັ້ງປະຕິບັດໂຄງການ ຂອງກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.

        ຈາກນັ້ນ ທີມງານຈາກຄະນະກຳມະການແມ່ນໍ້າຂອງແຫ່ງຊາດ ໄດ້ນຳສະເໜີສະພາບລວມ, ຂັ້ນຕອນ, ການຕິດຕາມ, ການລາຍງານ ຫຼັງຈາກທີ່ໄດ້ຮັບທຶນ. ນອກນັ້ນ ຍັງໄດ້ນຳສະເໜີວິທີ, ຫຼັກການ ການຂຽນບົດສພເໜີໂຄງການ ຂອງກອງທຶນພິເສດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຕື່ມອີກ.