Print

        ໃນຕອນເຊົ້າວັນຈັນ ເວລາ 8: 00 ນາທີ ຂອງວັນທີ 26 ກໍລະກົດ 2021 ນີ້, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ໄດ້ຈັດຈັດພິທີປະຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງພັກຄອມມຸນິດ ຈີນ ຄົບຮອບ 100 ປີ ( 1920 – 2021 ), ວັນຄ້າຍວັນເກີດປະທານສຸພານຸວົງ ຄົບຮອບ 112 ປີ ( 1909 - 2021 ), ວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ຄົບຮອບ 66 ປີ ( 1955 – 2021 ), ຕິດພັນກັບການເຊື່ອມຊືມ ແລະ ຜັນຂະຫຍາຍກົດໝາຍວ່າດ້ວຍ ການຕ້ານການສໍ້ລາດ - ບັງຫຼວງ ( ສະບັບປັບປຸງ).

 

 

 

 

 

 

 

 

 

ໃຫ້ກຽດເປັນບັນຍາຍເອກະສານ ປະກອບມີ 4 ທ່ານ ດັ່ງນີ້:

  1. ທ່ານ ສັກດາ ແກ້ວດວງສີ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ໃຫ້ກຽດຂຶ້ນບັນຍາຍ 2 ເອກະສານຄື: ວັນສ້າງຕັ້ງພັກຄອມມຸນິດ ຈີນ ຄົບຮອບ 100 ປີ (1920 – 2021) ແລະ ຜັນຂະຫຍາຍກົດໝາຍວ່າດ້ວຍ ການຕ້ານການສໍ້ລາດ - ບັງຫຼວງ ( ສະບັບປັບປຸງ).
  2. ທ່ານ ສຸພະໄຊ ບຸນຍົງ ຮອງເລຂາໜ່ວຍພັກ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ໃຫ້ກຽດຂຶ້ນຜ່ານເອກະສານ ວັນຄ້າຍວັນເກິດຂອງປະທານ ສຸພານຸວົງ ຄົບຮອບ 112 ປີ (1909-2021).
  3. ທ່ານ ນ. ດາວັນ ຄຳນວນວິຈິດ ຄະນະພັກ ຫົວໜ້າຂະແໜງຈັດຕັ້ງ-ພະນັກງານ ປະທານສະຫະພັນແມ່ຍິງ ພະແນກ ຊສ ໄດ້ຂຶ້ນຜ່ານເອກະສານວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ (1955-2021).

 

 

 

 

 

 

 

 

 

        ນອກນັ້ນ,​ ທ່ານ ມະໂນຫວັງ ພົງອຸດົມ ຄະນະພັກ ຮອງຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຍັງໄດ້ຂຶ້ນຜ່ານເອກະສານຂໍ້ຕົກລົງຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ວ່າດ້ວຍ ຂໍ້ຫ້າມ ແລະ ວິໄນຂອງພະນັກງານ - ລັດຖະກອນ ຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໆສາລະວັນ ສະບັບເລກທີ 449/ຈຂ.ສວ ວ່າດ້ວຍ ການອະນຸມັດໃຫ້ທ່ານ ສົມະນີ ໄຊຍະວົງ ຄະນະພັກ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຂົ້າພັກຜ່ອນຮັບບຳນານ ໃນພິທີມື້ນີ້ ປະກອບມີບັນດາທ່ານຮັກສາການຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການ ພາຍໃນພະແນກ ຊສ ເຂົ້າຮ່ວມທັງໝົດ 51 ທ່ານ, ຍິິງ 21 ທ່ານ.

        ໃນພິທີດັ່ງກ່າວ ທ່ານ ສັກດາ ແກ້ວດວງສີ ເລຂາໜ່ວຍພັກ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຍັງໄດ້ມອບຂອງຂວັນ ເພື່ອລຳລຶກບຸນຄຸນຄວາມງາມຄວາມດີຂອງທ່ານທີ່ໄດ້ເຄື່ອນໄຫວວຽກງານຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມມາຢ່າງຍາວນານ.