Print

         ໃນຕອນເຊົ້າຂອງວັນທີ 27 ກລະກົດ 2021 ເວລາ 9:30 ນາທີ ກົມຊັບພະຍາກອນນ້ຳ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການເກັບຂໍ້ມູນ ແລະ ຜ່ານແບບຟອມເກັບກຳຂໍ້ມູນການນຳໃຊ້ນ້ຳ ໂດຍປະກອບມີພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ 18 ແຂວງເຂົ້າຮ່ວມ. ໃນນັ້ນ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ໃຫ້ກຽດເຂົ້າຮ່ວມຂອງ  ທ່ານ ສຸພະໄຊ ບຸນຍົງ ຮອງຫົວໜ້າພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ  

ແລະ ປະກອບມີຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການຂອງຂະແໜງ ສິ່ງແວດລ້ອມ, ນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ ເຂົ້າຮ່ວມທັງໝົດຈຳນວນ 06 ທ່ານ, ຍິງ 00 ທ່ານ.

        ທີ່ກອງປະຊຸມຕ່າງໜ້າກົມຊັບພະຍາກອນນ້ຳໄດ້ນຳສະເໜີກ່ຽວກັບວຽກງານການຄຸ້ມຄອງການນຳໃຊ້ນ້ຳ ແລະ ໄດ້ແນະນຳກ່ຽວກັບແບບຟຣອມການເກັບກຳຂໍ້ມູນການນຳໃຊ້ນ້ຳ ໃຫ້ບັນດາແຂວງທີ່ເຂົ້າຮ່ວມໄດ້ເຂົ້າໃຈ. ຈາກນັ້ນ, ທີ່ປະຊຸມແມ່ນໄດ້ມີການແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານການເກັບກຳຂໍ້ມູນການນຳໃຊ້ນ້ຳຢ່າງເປັນຂະບວນຟົດຟື້ນ.