Print

ໃນຄັ້ງວັນທີ 27-30 ກໍລະກົດ 2021 ນີ້ ຢູ່ທີ່ຫ້ອງປະຊຸມຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ໄດ້ຈັດຊຸດຝືກອົບຮົມ ກ່ຽວກັບການຄຸ້ມຄອງ ແລະ ຈັດເກັບຖານຖານຂໍ້ມູນທະບຽນທີ່ດິນ,ພ້ອມທັງປັບປຸງລະບົບຖານຂໍ້ມູນທະບຽນທີ່ດິນ(lao land reg)ເປັນເວີເຊີ່ນ 6,34 ໃຫ້ແກ່ ພະນັກງານວິຊາການຂອງ ພຊສ ແຂວງ,ພ້ອມດ້ວຍຫ້ອງການ ຊສ 8 ຕົວເມືອງ ມີບັນດາທ່ານເຂົ້າຮ່ວມທັງໝົດ 25 ທ່ານ,ຍິງ 1 ທ່ານ ໃນນັ້ນມີຄູຝືກທີ່ມາຈາກສູນກາງ (ກົມທີ່ດິນ) 4 ທ່ານ

ຈຸດປະສົງໃນການຝືກອົບຮົມຄັ້ງນີ້:ກໍ່ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບພະນັກງານວິຊາການໃນທ້ອງຖີ່ນຄື: 1.ແນະນຳວິທີການສ້າງ ແລະ ນຳໃຊ້ Google Drive,2.ວິທີການສຳຮອງຂໍ້ມູນ(Backup) ແລະ ວິທິການຕິດຕັ້ງໂປແກຮມPostgresql-10,3.ວິທີການສ້າງຖານຂໍ້ມູນໄໝ່ ແລະ ປັບປຸ່ງຂໍ້ມູນໃຫ້ກາຍເປັນເວີເຊີ່ນໄໝ່6.34,4.ວິທິການນຳເຂົ້າ ແລະ ສົ່ງອອກຂໍ້ມູນເປັນແຕ່ລະຕອນດິນຕາມຄວາມຕ້ອງການ ພ້ອມທັງທົດສອບປະສິດທິພາບຂອງຖານຂໍ້ມູນຢູ່Server ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດວຽກງານໃຫ້ມີສະດວກວ່ອງໄວໃນການຊອກຫາຂໍ້ມູນດັ່ງກ່າວ ພ້ອມທັງຮັບປະກັນໃນເກັບຮັກສາຂໍ້ມູນໃຫ້ມີຄວາມລະອຽດແລະມີຄວາມຊັດເຈນຍິ່ງຂື້ນ ໃນປະຕິບັດໜ້າທີ່ວຽກງານ.