Print

        ໃນຕອນເຊົ້າ ວັນພະຫັດເວລາ 8: 00 ນາທີ ຂອງວັນທີ 5 ສິງຫາ 2021 ທີ່ຫ້ອງປະຊຸມຊັ້ນ 3 ຂອງພະແນກ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ກົມກວດກາ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈັດສໍາມະນາສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂະແໜງກວດກາ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ໃຫ້ກຽດເປັນປະທານຮ່ວມຂອງທ່ານ ສີທັດ ມັດທະວົງ ຮອງຫົວໜ້າກົມກວດກາ ແລະ ທ່ານ ມະໂນຫວັງ ພົງອຸດົມ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຊີ່ງມີບັນດາຄະນະກົມກວດກາ, ທ່ານຮັກສາການຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ພາຍໃນພະແນກ ຊສ ເຂົ້າຮ່ວມທັງໝົດ 13 ທ່ານ, ຍິິງ 4 ທ່ານ.

        ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້: ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂະແໜງກວດກາ ຂອງພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ໃນການຈັດຕັ້ງປະຕິບັດພາລະບົດບາດຢູ່ຂັ້ນແຂວງ ແລະ ຂັ້ນເມືອງ.

        ໃນກອງປະຊຸມ ໄດ້ສະເໜີຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດວຽກງານກວດກາເຊັ່ນ: ການຈັດຕັ້ງປະຕິບັດວຽກງານຄົ້ນຄວ້າຄຳຮ້ອງຟ້ອງ-ຄຳສະເໜີ, ວຽກງານກວດກາໂຄງການລົງທຶນຂອງລັດ, ວຽກງານຕິດຕາມຊຸກຍູ້ ແລະ ກວດກາປັບປຸງແກ້ໄຂຜົນການກວດສອບ, ການສະກັດກັ້ນ ແລະ ສໍ້ລາດບັງຫຼວງ ຂອງພະນັກງານໃນຂົງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂອງພວກເຮົາ.