Print

        ໃນຕອນບ່າຍຂອງວັນທີ 4 ສິງຫາ 2021 ຜ່ານມານີ້, ທ່ານ ສັກດາ ແກ້ວດວງສີ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ພ້ອມດ້ວຍຫົວໜ້າຂະແໜງຈັດຕັ້ງ ແລະ ພະນັກງານ ລົງສົມທົບກັບຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງວາປີ ໄດ້ເຂົ້າຮ່ວມເຮັດວຽກຮ່ວມກັບ ທ່ານ ບຸນຍູ້ ຈັນທະລັງສີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆວາປີ

        ເພື່ອແຈ້ງຈຸດປະສົງ ໃນການລົງຊຸກຍູ້ວຽກງານການກໍານົດຕໍາແຫນ່ງງານ ແລະ ການປັບປຸງການຈັດຕັ້ງ ຕາມພາລະບົດບາດໃໝ່ ຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງວາປີ. ຫຼັງຈາກນັ້ນ, ທ່ານຫົວໜ້າພະແນກຊັບພະາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ລົງກວດກາຫຼາວັດແທກລະດັບເຊໂດນ ທີ່ຖືກຜົນກະທົບຈາກພາຍຸ ໃນໄລຍະທີ່ຜ່ານມາ.