ໃນຕອນເຊົ້ຂອງວັນທີ 26 ສິງຫາ 2021, ທ່ານ ສັກດາ ແກ້ວດວງສີ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ພ້ອມດ້ວຍຫົວໜ້າຂະແໜງ ແລະ ວິຊາການ ຂະແໜງສິ່ງແວດລ້ອມ, ນ້ຳ, ອຸຕຸນິຍົມ ແລະ ອຸທົກກະສາດ ລົງສົມທົບກັບຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງເລົ່າງາມ ໄດ້ລົງຕິດຕາມກວດກາການຜະລິດແປ້ງມັນຂອງບໍລິສັດ ວິນາສາລະວັນກະເສດ ຈຳກັດ

    ເພື່ອຕິດຕາມການຜະລິດແປ້ງມັນຂອງບໍລິສັດໃນໄລຍະຜ່ານມາ. ນອກຈາກນັ້ນ, ຍັງໄດ້ປືກສາຫາລືກ່ຽວກັບການຈັດຕັ້ງປະຕິບັດແຜນການຄຸ້ມຄອງສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ ທີ່ມີຫາງສຽງມາຈາກປະຊາຊົນອ້ອມຂ້າງບໍລິສັດ ທີ່ມີຄວາມຕື່ນຕົກໃຈ ໃນການສ້າງໄບໂອແກັດ ( Bio Gas ) ຂອງບໍລິສັດ. ຫຼັງຈາກນັ້ນ, ທ່ານຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມແຂວງ ໄດ້ລົງພື້ນທີ່ຕົວຈິງຂອງການເຮັດບໍ ໄບໂອແກັດ ( Bio Gas ) ດັ່ງກ່າວ.