ໃນຕອນເຊົ້າຂອງວັນທີ 26 ສິງຫາ 2021  ທ່ານ ມະໂນຫວັງ ພົງອຸດົມ ຮອງຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງ ພ້ອມທັງທີມງານຕິດຕາມກວດກາ ຂັ້ນແຂວງ ສົມທົບກັບ ຄະນະກໍາມະການຕິດຕາມກວດກາການກໍ່ສ້າງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂອງເມືອງສະໝ້ວຍ ໄດ້ລົງຕິດຕາມກວດກາການກໍ່ສ້າງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງສະໝ້ວຍ.

        ໂດຍປະຕິບັດຕາມແຜນການຕິດຕາມກວດກາການກໍ່ສ້າງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ເມືອງສະໝ້ວຍ ທີ່ເລີ່ມການກໍ່ສ້າງມາແຕ່ວັນທີ 10 ມັງກອນ 2021 ມາເຖີງວັນທີ 26 ສິງຫາ 2021 ແມ່ນບໍລິສັດຈັດຕັ້ງປະຕິບັດການກໍ່ສ້າງໄດ້ສຳເລັດ 100%. ຍັງລໍຖ້າແຕ່ຄວາມພ້ອມໃນການມອບ - ຮັບ ລະຫວ່າງ ຜູ້ຮັບເໝົາການກໍ່ສ້າງ ກັບພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມປະຈຳແຂວງ (ເຈົ້າຂອງໂຄງການ) ຄາດວ່າຈະຈັດພິທີມອບ - ຮັບຫ້ອງການດັ່ງກ່າວ ຂຶ້ນໃນໂອກາດອັນໃກ້ນີ້.