ໃນຕອນບ່າຍວັນທີ 05 ມັງກອນ 2022 ເວລາ 13:30 ນາທີ ທີ່ຫ້ອງປະຊຸມຊັ້ນ 3 ຂອງພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ໄດ້ຈັດກອງປະຊຸມປືກສາຫາລື ແລະ ແລກປ່ຽນບົດຮຽນລະຫວ່າງຫ້ອງການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ພາຍໃຕ້ການເປັນປະທານຂອງທ່ານ ມະໂນຫວັງ ພົງອຸດົມ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ເຊີ່ງມີຜູ້ຕ່າງໜ້າຈາກສູນກາງ 4 ທ່ານ, ຍິງ 1 ທ່ານ ແລະ ພະນັກງານຫ້ອງການບໍລິຫານ, ແຜນການ ແລະ ການເງິນ ຂອງ ພະແນກ ເຂົ້າຮ່ວມ 6 ທ່ານ, ຍິງ 4 ທ່ານ.

ຈຸດປະສົງໃນການລົງເຄື່ອນໄຫວໃນຄັ້ງນີ້ ເພື່ອປືກສາຫາລືວຽກງານ:

  • ການຊຸກຍູ້ຂ່າວສານປະຊາສຳພັນ.
  • ປັບປຸງເວບໄຊສ໌.
  • ແນະນຳການຄຸ້ມຄອງເອກະສານນຳໃຊ້ ແລະ ເກັບຮັກສາຂໍ້ມູນ-ຂ່າວສານ ແລະ ການສື່ສານ.
  • ການບໍລິຫານເອກະສານທາງການ.
  • ການຂຶ້ນບັນຊີຊັບສີນຂອງລັດ ແລະ
  • ວຽກງານສົ່ງເສີມຄວາມກ້າວໜ້າແມ່ຍີງ ແລະ ແມ່-ເດັກ

ຫຼັງຈາກທ່ານປະທານເປີດພິທີກອງປະຊຸມແລ້ວ ທ່ານ ທອງຄູນ ເພັດສະໝອນ ຫົວໜ້າພະແນກສັງລວມ-ເລຂານຸ ການ ຕ່າງໜ້າທີມງານຂອງກະຊວງ ຊສ ໄດ້ສະເໜີຈຸດປະສົງຂອງການລົງມາຮ່ວມເຮັດວຽກຂອງທີມງານສູນກາງ ແລະ ແຕ່ລະທ່ານກໍ່ໄດ້ລາຍງານວຽກງານທີ່ໄດ້ຈັດຕັ້ງປະຕິບັດໂດຍຫຍໍ້ໃຫ້ທີ່ປະຊຸມຮັບຊາບ. ຫຼັງຈາກນັ້ນທ່ານ ມີກອນ ອິນທະປະ ເສີດ ຮັກສາການຫ້ອງການບໍລິຫານ, ແຜນການ ແລະ ການເງິິນ ໄດ້ລາຍງານວຽກງານການຄຸ້ມຄອງເອກະສານນຳໃຊ້ ແລະ ເກັບຮັກສາຂໍ້ມູນ, ການບໍລິຫານເອກະສານທາງການ ແລະ ການຂຶ້ນບັນຊີຊັບສີນຂອງພະແນກ ຊສ. ເມື່ອສີ້ນສຸດການລາຍງານຂອງທ່ານຮັກສາການຫ້ອງການ ທ່ານ ສຸດາພອນ ແກ້ວຄຳຄູນ ຮອງຫົວໜ້າຫ້ອງການ ກໍ່ໄດ້ລາຍງານເພີ່ມຕື່ມກ່ຽວກັບການປະຕິບັດໜ້າທີ່ວຽກງານສະຖິຕິ, ການຂຽນຂ່າວສານປະຊາສຳພັນ ແລະ ການປັບປຸງເວບໄຊສ໌ ຂອງພະແນກ. ຈາກນັ້ນ ທີ່ປະຊຸມກໍ່ໄດ້ແລກປ່ຽນວິທີການຈັດຕັ້ງປະຕິບັດໜ້າທີ່ວຽກງານດ້ານວິຊາການລະຫວ່າງກະຊວງ ຊສ ແລະ ພະແນກ ຊສ ແຂວງ ເຊີ່ງຍົກໃຫ້ເຫັນເຖີງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດໜ້າທີ່ໃນໄລຍະຜ່ານມາ