ໃນວັນທີ 12 ກຸມພາ 2022 ທີ່ຜ່ານມາ ພະແນກຊັບພະຍາກອນກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ໄດ້ສົມທົບກັບອຳນາດການປົກຄອງເມືອງເລົ່າງາມ ແລະ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງເລົ່າງາມ ລົງມອບໃບຕາດິນໃຫ້ແກ່ເຈົ້າຂອງສິດນຳໃຊ້ທີ່ດິນ ໃນຈຳນວນ 397 ຕອນ ( ໃນ 2 ບ້ານ ຄື: ບ້ານດ່ອນດູ່ ຈໍານວນ 164 ຕອນ ແລະ ບ້ານມ່ວນແທ້ ຈໍານວນ 233 ຕອນ ) ພິທີມອບ - ຮັບ ໃບຕາດິນດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ສະໂມສອນບ້ານດ່ອນດູ່ ເມືອງເລົ່າງາມ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ສົມສັກ ທົງຄຳຫານ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆເລົ່າງາມ ແລະ ທ່ານ ປອ ສຸພະໄຊ ບຸນຍົງ ຮອງຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຊີ່ງມີພະນັກງານວິຊາການຂະແໜງທີ່ດິນ, ຫ້ອງການ ຊສ ເມືອງ, ນາຍບ້ານ 11 ບ້ານໃນເຂດດັ່ງກ່າວ ແລະ ພໍ່ແມ່ປະຊາຊົນບ້ານດ່ອນດູ່ ເຂົ້າຮ່ວມ ເພື່ອເປັນສັກຂີພິຍານ ໃນການມອບ - ຮັບ ໃບຕາດິນໃນຄັ້ງນີ້.

ໃນພິທີດັ່ງກ່າວ ທ່ານ ບຸນຖຳ ຈັນທະມາດ ກຳມະການພັກເມືອງ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອເມືອງ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານການຂຶ້ນທະບຽນອອກໃບຕາດິນໃນໄລຍະຜ່ານມາ ເຊີ່ງເຫັນໄດ້ເຖີງ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ຂອງການຈັດຕັ້ງປະຕິບັດວຽກງານ. ຈາກນັ້ນ ພໍ່ແມ່ປະຊາຊົນກໍ່ໄດ້ມີຄຳຖາມແລກປ່ຽນໃນການຂຶ້ນທະບຽນອອກໃບຕາດິນ ແລະ ຂັ້ນຕອນຕ່າງຂອງການອອກໃບຕາດິນມີຄືແນວໃດ ແລະ ການເສຍສິດຄອບຄົວທີດິນມີຄືແນວໃດ? ແລະ ທ່ານ ປອ ສຸພະໄຊ ບຸນຍົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ກໍ່ໄດ້ອະທິບາຍຂໍ້ຂ້ອງໃຈ ແລະ ຂັ້ນຕອນຕ່າງໆ ຂອງການຂຶ້ນທະບຽນອອກໃບຕາດິນ ແລະ ໄດ້ຜ່ານບາງມາດຕາຂອງກົດໝາຍທີ່ດິນໃຫ້ພໍ່ແມ່ປະຊາຊົນຮັບຮູ້ ເຊີ່ງສະແດງໃຫ້ເຫັນເຖີງຄວາມຕື່ນຕົວຂອງພໍ່ແມ່ປະຊາຊົນ ຢາກຂຶ້ນທະບຽນອອກໃບຕາດິນເພີ່ມຂຶ້ນ. ນອກນັ້ນ ທ່ານ ຍັງແນະນຳວິທີການນຳໃຊ້ ແລະ ການຮັກສາໃບຕາດິນ ໃຫ້ພໍ່ແມ່ປະຊາຊົນຮັບຮູ້ຕື່ມອີກ.

ສຸດທ້າຍ ຂອງພິທີ ທ່ານ ສົມສັກ ທົງຄຳຫານ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆເລົ່າງາມ ໃຫ້ກຽດຂຶ້ນມອບໃບຕາດິນ ໃຫ້ຕາງໜ້າເຈົ້າສິດນຳໃຊ້ທີ່ດິນ 2 ບ້ານ. ທ່ານຍັງໄດ້ສະເໜີໃຫ້ພໍ່ແມ່ປະຊາຊົນຮັກສາຄຸ້ມຄອງ ແລະ ພັດທະນາທີ່ດິນ ຂອງຕົນໃຫ້ໄດ້ຜົນປະໂຫຍດສູງສຸດ ແລະ ຊີ້ນໍາໃຫ້ຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງເອົາໃຈໃສ່ປະຊາສໍາພັນໃຫ້ປະຊາຊົນໄດ້ເຂົ້າໃຈຢ່າງລະອຽດຈະແຈ້ງ, ລາຍງານການຈັດຕັ້ງປະຕິບັດວຽກງານໃຫ້ອຳນາດການປົກຄອງເມືອງເປັນແຕ່ລະໄລຍະ ແລະ ທ່ານໄດ້ສະເໜີໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ແກ້ໄຂສຳນວນຕົກຄ້າງໃຫ້ກັບປະຊາຊົນຕື່ມອີກ.