ພິທີເປິດການຝືກອົບຮົມ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 17 ພຶດສະພາ 2022 ທີ່ຫ້ອງປະຊຸມຂອງຫ້ອງການແຜນການ ແລະ ການລົງທຶນເມືອງສາລະວັນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ສັກດາ ແກ້ວດວງສີ ກໍາມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ທ່ານ ບຸດສາ ຄ່ຽມມະນີຂັນໄຊ ຮອງເຈົ້າເມືອງໆສາລະວັນ ເຊີ່ງມີຄູຝືກຈາກກົມທີ່ດິນ ກະຊວງ ຊສ, ທ່ານຫົວໜ້າຂະແໜງ, ຮອງຂະແໜງທີ່ດິນ, ຮອງຫົວໜ້າຫ້ອງການ ຊສ ເມືອງສາລະວັນ, ພະນັກງານຈາກຂະແໜງທີ່ດິນ ຂອງພະແນກ ຊສ ແຂວງ, ພະນັກງານວິຊາການຂອງຫ້ອງການ ຊສ ເມືອງລະຄອນເພັງ ແລະ ພະນັກງານຕາມສັນຍາໂຄງການ ເຂົ້າຮ່ວມ.

ຫຼັງຈາກກ່າວເປີດພິທີ ທ່ານ ດາວອນ ເຄນຍານີ ຮອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດຜ່ານງານການຂຶ້ນທະບຽນອອກໃບຕາດິນໃນໄລຍະຜ່ານມາ ແລະ ການກະກຽມຄວາມພ້ອມໃນການສ້າງໜ່ວຍງານຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບ ຢູ່ໃນເມືອງສາລະວັນ. ຈາກນັ້ນ ຄູຝືກຈາກກົມທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍ່ໄດ້ຂຶ້ນສະເໜີສະພາບລວມ ແລະ ແຜນການຝືກອົບຮົມ ໃຫ້ແກ່ທີມງານໜ່ວຍງານຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບ ແລະ ກອງປະຊຸມກໍ່ໄດ້ປິດລົງ ໃນເວລາ 16: 30 ນາທີ.