ໃນ ວັນທີ 23-25 ພຶດສະພາ 2022 ທີ່ຜ່ານມາ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສົມທົບກັບຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ລົງຕິດຕັ້ງຫຼາວັດແທກລະດັບນ້ຳຢູ່ ແມ່ນໍ້າເຊໂປນ ແລະ ແມ່ນ້ຳເຊລະນອງ ຢູ່ເມືອງຕະໂອ້ຍ ແລະ ເມືອງສະຫມ້ວຍ.

        ເພື່ອເຮັດໃຫ້ວຽກງານການເຕືອນໄພໃຫ້ພໍ່ແມ່ປະຊາຊົນໃຫ້ທ່ວງທັນກັບສະພາບການປ່ຽນແປງດິນຟ້າອາກາດ ໃນປັດຈຸບັນ. ສະນັ້ນ, ການນຳຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ກໍ່ຄືການນໍາຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ເອົາໃຈໃສ່ໃນການຕິດຕັ້ງຫຼາວັດແທກລະດັບນ້ຳແຕ່ລະແຫຼ່ງ ເພື່ອເຮັດໃຫ້ການເຝົ້າລະວັງການເພີ່ມຂຶ້ນຂອງລະດັບນ້ຳໃນລະດູຝົນໄດ້ຢ່າງເປັນປົກກະຕິ ແລະ ມີການແຈ້ງເຕືອນໃຫ້ປະຊາຊົນໄດ້ທ່ວງທັນເມື່ອມີເຫດສຸກເສີນຂອງນ້ຳປ່າໄຫຼສຸ.