ໃນ ຂອງວັນທີ 26-27 ພຶດສະພາ 2022, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ລົງຕິດຕັ້ງອຸປະກອນການປະຊຸມທາງໄກ ຢູ່ເມືອງຕະໂອ້ຍ ແລະ ເມືອງຕຸ້ມລານ. ເພື່ອເຮັດໃຫ້ການປະສານງານລະຫວາງຂັ້ນສູນກາງ ແລະ ທ້ອງຖີ່ນໃຫ້ມີຄວາມສະດວກສະບາຍ ແລະ ວ່ອງໄວຂຶ້ນ.
ກອງປະຊຸມຄັ້ງນີ້ແມ່ນເປັນກອງປະຊຸມດ້ານວິຊາການ ເຊີ່ງເຮັດໃຫ້ອ້າຍນ້ອງສາມາດຮັບຮູ້ ແລະ ເຂົ້າໃຈໄດ້ຢ່າງງ່າຍດາຍ ໃນການແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ. ການຕິດຕັ້ງໂປຣແກຣມໃນຄັ້ງນີ້ ປະກອບມີ ໂປຣແກຣມ ທູ ຄອນເຟີເຣນ ( True Conference ) , ໂປຣແກຣມ ກູໂກ ມີດ ( Google Meet ) ແລະ ໂປຣແກຣມ ຊູມ ( Zoom ). ນອກນັ້ນ ຍັງໄດ້ຕິດຕັ້ງໂປຣແກຣມ ວອດແອັບ (What’s app) ແລະ ສ້າງອີເມວ ( Email ) ຂອງຫ້ອງການ ຊສ ເມືອງຕື່ມອີກ. ສຸດທ້າຍ ກໍ່ມີການທົດລອງປະຊຸມທາງໄກ ຂອງແຕ່ລະລະບົບຢ່າງມີຄວາມຄ່ອງແຄ້ວ.