ໃນວັນທີ 1 ມິຖຸນາ 2022 ຜ່ານມານີ້້ ຢູ່ທີ່ສະໂມສອນໂຮງຮຽນ ມັດທະຍົມສົມບູນອົງແກ້ວ ພະແນກຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຮ່ວມກັບຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງສາລະວັນ ຈັດງານສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ

        ໂລກ ຄົບຮອບ 50 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 23 ປີ ທີ່ຈະມາຮອດໃນມໍ່ໆນີ້ຄື ວັນທີ 5 ມິຖຸນາ 2022 ພາຍໃຕ້ຄໍາຂັວນ: “ໂລກມີພຽງໜຶ່ງດຽວ” ຕິດພັນກັບການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 97 ປີ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຂັນໄຊ ລັດຖະເຮົ້າ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ທ່ານ ສັກດາ ແກ້ວດວງສີ ກໍາມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ມີບັນດາທ່ານກໍາມະການພັກແຂວງ, ຫົວໜ້າພະແນກ, ຮອງພະແນກ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ. ຫົວໜ້າຫ້ອງການ, ຮອງຫ້ອງການ, ພະນັກງານ-ລັດຖະກອນອ້ອມຂ້າງແຂວງ, ແຂກຖືກເຊີນ ແລະ ນ້ອງນັກຮຽນເຂົ້າຮ່ວມ.