ໃນຕອນເຊົ້າຂອງ ວັນທີ 22 ຕຸລາ 2020 ທີ່ຫ້ອງປະຊຸມຂອງຫ້ອງການ ແຜນການເມືອງສາລະວັນ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວວລ້ອມ ແຂວງສາລະວັນ ໄດ້ຈັດກອງປະຊຸມ ຜ່ານຮ່າງແຜນການຄຸ້ມຄອງອ່າງຮັບນ້ຳຫ້ວຍປາໄອ່ ແລະ ຮ່າງລະບຽບເຂດຍອດນໍ້າ,ໂດຍໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ບຸນສາ ຄ່ຽມມະນີຂັນໄຊ ຮອງເຈົ້າເມືອງ ເມືອງສາລະວັນ,ທ່ານ ສຸພະໄຊ ບຸນຍົງ ຮອງຫົວໜ້າພະແນກ ຊັບພະຍາກອນແລະສີ່ງແວດລ້ອມປະຈໍາແຂວງສາລະວັນ,

 ໃນຕອນເຊົ້າຂອງວັນທີ 22 ຕຸລາ 2020 ນີ້ ທ່ານ ສຸບັນ ສິມມະວົງ ຫົວໜ້າຂະແໜງຊັບພະຍາກອນນໍ້າ ແລະ ອຸຕຸນີຍົມ,ໄດ້ນຳພາທີມງານ ຈາກ ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ຈຳນວນ 8 ທ່ານ  ທີ່ມາຈາກ ກົມຊັບພະຍາກອນນໍ້າ 3ທ່ານ ແລະ ຄະນະຈາກສະຖາບັນຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ 2 ທ່ານ,ພ້ອມດ້ວຍວິຊາການຈາກຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ຂັ້ນເມືອງ

       ໃນຄັ້ງວັນທີ 15 ຕຸລາ 2020 ນີ້້ ທ່ານ ສັກດາ ແກ້ວດວງສີ ຮັກສາການຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະສິ່ງ ແວດ ລ້ອມແຂວງ ສາລະວັນ ຮ່ວມກັບຜູ້ຕ່າງໜ້າ ກົມແຜນການ ການເງີນ ກະຊວງຊັບພະຍາກອນທຳ ມະຊາດແລະສິ່ງແວດລ້ອມ ,ຂະ ແໜງ ການທີ່ກ່ຽວຂອ້ງ, ເພື່ອສະເໜີເຈດຈຳນົງ ຕໍ່ອຳນາດການປົກຄອງເມືອງສະໝ້ວຍ ກ່ຽວກັບການສະໜອງທຶນ ຂອງກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທີ່ໄດ້ຈາກການກູ້ຢືມຈາກສາກົນ ,ໃນການກໍ່ສ້າງຫ້ອງການຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມເມືອງສະໝ້ວຍ ຫຼັງໃໝ່

     ການປັບປຸງຫຼາວັດແທກລະດັບນ້ຳເຊໂດນຢູ່ 3 ຕົວເມືອງຄືເມືອງສາລະວັນ,ເມືອງວາປີ ແລະເມືອງຄົງເຊໂດນ ແມ່ນໄດ້ຈັດ ຕັ້ງປະຕິ ບັດ ມາແຕ່ທ້າຍເດືອນກັນຍາ 2020 ເປັນຕົ້ນມາ ແລະໄດ້ສຳເລັດລົງໃນຄັ້ງວັນທີ 2 ຕຸລາ 2020ນີ້ໂດຍມີໜ້າວຽກ ທີ່ໄດ້ ຈັດ ຕັ້ງປະຕິບັດດັ່ງນີ້

     ໃນຕອນເຊົ້າຂອງວັາທີ 28 ກັນຍາ 2020 ນີ້ ທ່ານ ສຸພະໄຊ ບຸນຍົງ ຮອງຫົວໜ້າພະແນກ ຊັບພະຍາກອນທຳມະຊາດແລະສິ່ງ ແວດລ້ອມ ແຂວງສາລະວັນ ພ້ອມດ້ວຍພະນັກງານຂະແໜງການ ທີ່ກ່ຽວຂ້ອງເຂົ້າຮ່ວມ ປະເມີນການ ຈັດຕັ້ງປະຕິບັດວຽກງານ ອອກ ໃບຕາດິນຢູ່ເມືອງວາປີ ແຂວງສາລະວັນ,ສຳລັບ 9 ເດືອນ ຂອງປີ2020