ອີງຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິິ່ງແວດລ້ອມ ສະບັບເລກທີ 1801/ກຊສ ລົງວັນທີ 07 ເມສາ 2021 ວ່າດ້ວຍ ການຮັບຮອງ ແລະ ປະກາດໃຊ້ລະບົບຖານຂໍ້ມູນ ການຂຶ້ນບັນຊີໂຄງການເຊົ່າ ແລະ ສຳປະທານທີ່ິດິນ ຂອງລັດຢ່າງເປັນລະບົບຕໍ່ເນື່ອງ ຢູ່ ສປປ ລາວ.

ເພື່ອຮັບຮອງ ແລະ ປະກາດໃຊ້ລະບົບຖານຂໍ້ມູນ ການຂຶ້ນບັນຊີໂຄງການເຊົ່າ ແລະ ສຳປະທານທີ່ິດິນ ຂອງລັດຢ່າງເປັນລະບົບຕໍ່ເນື່ອງ ຢູ່ ສປປ ລາວ (LCIS) ທີ່ໄດ້ພັດທະນາໂດຍການຮ່ວມມື ຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງແແຜນການ ແລະ ການລົງທຶນ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງການເງິນ ພາຍໃຕ້ໂຄງການຄວາມຮູ້ເພື່ອການພັດທະນາ (K4D) ໂດຍໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກອົງການເພື່ອການພັດທະນາ ແລະ ການຮ່ວມມື ຂອງປະເທດສະວິດເຊີແລນ (SDC). ກົມທີ່ດິິນ(ກະຊວງ ຊສ )

      ໃນຕອນເຊົ້າຂອງວັນທີ 26 ສິງຫາ 2021  ທ່ານ ມະໂນຫວັງ ພົງອຸດົມ ຮອງຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງ ພ້ອມທັງທີມງານຕິດຕາມກວດກາ ຂັ້ນແຂວງ ສົມທົບກັບ ຄະນະກໍາມະການຕິດຕາມກວດກາການກໍ່ສ້າງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂອງເມືອງສະໝ້ວຍ ໄດ້ລົງຕິດຕາມກວດກາການກໍ່ສ້າງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງສະໝ້ວຍ.

       ໃນຕອນເຊົ້ຂອງວັນທີ 26 ສິງຫາ 2021, ທ່ານ ສັກດາ ແກ້ວດວງສີ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ພ້ອມດ້ວຍຫົວໜ້າຂະແໜງ ແລະ ວິຊາການ ຂະແໜງສິ່ງແວດລ້ອມ, ນ້ຳ, ອຸຕຸນິຍົມ ແລະ ອຸທົກກະສາດ ລົງສົມທົບກັບຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງເລົ່າງາມ ໄດ້ລົງຕິດຕາມກວດກາການຜະລິດແປ້ງມັນຂອງບໍລິສັດ ວິນາສາລະວັນກະເສດ ຈຳກັດ

        ໃນຕອນເຊົ້າຂອງວັນທີ 11 ສິງຫາ 2021 ຜ່ານມານີ້, ທ່ານ ສຸພະໄຊ ບຸນຍົງ ຮອງຫົວໜ້າພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ພ້ອມດ້ວຍຫົວໜ້າຂະແໜງ ແລະ ພະນັກງານວິຊາການຂະແໜງທີ່ດິນ ລົງສົມທົບກັບຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຄົງເຊໂດນ ໄດ້ເຂົ້າພົບທ່ານ ສົມຈັນ ຈັນທະພູທອນ ຮອງເຈົ້າເມືອງໆ ຄົງເຊໂດນ

         ໃນ ວັນທີ 6 ສິງຫາ 2021 ນີ້, ຮາກຖານຊາວໜຸ່ມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ໄດ້ເຂົ້າຮ່ວມຂະບວນການອະນາໄມຕາມເສັ້ນທາງໃນເທດສະບານເມືອງສາລະວັນ ຕາມແຈ້ງການຂອງຄະນະບໍລິຫານງານຊາວນຸ່ມແຂວງສາລະວັນສະບັບເລກທີ 10/ຄຊປປລ.ສວ ລົງວັນທີ 5 ສິງຫາ 2021