-
Details
-
Written by ສຸພະໄຊ ບຸນຍົງ
-
- ປະຕິບັດ ກົດໝາຍ ແລະ ມະຕິຕົກລົງ, ດໍາລັດ, ຂໍ້ຕົກລົງ, ຄໍາສັ່ງ, ແຈ້ງການ ແລະ ຄໍາແນະນໍາກ່ຽວກັບວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂອງຂັ້ນເທີງວາງອອກ;
- ຫັນເອົາແນວທາງນະໂຍບາຍຂອງພັກ,ນະໂຍບາຍ, ຍຸດທະສາດ, ແຜນການ ແລະ ມະຕິຕົກລົງຂອງລັດຖະບານ, ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ ກ່ຽວກັບວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມມາເປັນແຜນການ, ແຜນງານ ແລະ ໂຄງການລະອຽດຂອງຫ້ອງການຕົນພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ;
- ເຜີຍແຜ່ ແຜນຍຸດທະສາດ, ແຜນນະໂຍບາຍ, ແຜນງານ, ໂຄງການ ແລະ ນິຕິກໍາ ກ່ຽວກັບການຄຸ້ມຄອງຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ທີ່ໄດ້ຮັບຮອງຈາກສະພາແຫ່ງຊາດ, ລັດຖະບານ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມທັງ ຊີ້ນໍາ-ນໍາພາໃນການຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິຜົນ;
- ເຂົ້າຮ່ວມ ແລະ ປະກອບຄຳເຫັນໃນການສ້າງ ແລະ ປັບປຸງນະໂຍບາຍ, ຍຸດທະສາດ, ແຜນການ,ແຜນງານ, ໂຄງການ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງ ກັບການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
- ກວດກາ, ຄົ້ນຄວ້າ ແລະ ແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະທາງບໍລິຫານ, ເຂົ້າຮ່ວມ ແລະ ນຳສະເໜີຂະແໜງ ການທີ່ມີສິດອຳນາດ ແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະທາງແພ່ງ ແລະ ທາງອາຍາ ທີ່ພົວພັນເຖິງການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນຂອບເຂດເມືອງຂອງຕົນ;
- ດຳເນີນການຈັດສັນ ແລະ ວາງແຜນນຳໃຊ້ທີ່ດິນຂັ້ນບ້ານ ໂດຍອີງຕາມແຜນຈັດສັນທີ່ດິນຂັ້ນເມືອງ; ສຳຫຼວດ-ວັດແທກທີ່ດິນ, ສອບສວນສິດ, ປະກອບສຳນວນເອກະສານ ເພື່ອຂຶ້ນທະບຽນອອກໃບຕາດິນ, ອອກໃບຢັ້ງຢືນກ່ຽວກັບທີ່ດິນ ເປັນຕົ້ນ ການນຳໃຊ້, ການພັດທະນາ ແລະ ການຫັນປ່ຽນປະເພດທີ່ດິນ; ຂຶ້ນສຳມະໂນທີ່ດິນ, ຈົດທະບຽນທີ່ດິນ; ຄົ້ນຄ້ວາສະເໜີການອະນຸຍາດສິດນຳໃຊ້, ການຫັນສິດໃຊ້ທີ່ດິນລັດ, ການທົດແທນຄ່າເສຍຫາຍຈາກການໂອນສິດນຳໃຊ້ທີ່ດິນຄືນ,ການອະນຸຍາດໃຫ້ເຊົ່າ ຫຼືສຳປະທານທີ່ດິນ ຕາມກົດໝາຍ ຫຼືລະບຽບການທີ່ກຳນົດໄວ້ ຫຼື ຕາມການມອບໝາຍຂອງຂັ້ນເທີງ;
- ຈັດຕັ້ງປະຕິບັດແຜນຍຸດທະສາດຊັບພະຍາກອນນ້ຳຂັ້ນແຂວງ, ເຂົ້າຮ່ວມໃນການວາງແຜນອ່າງຮັບນ້ຳ ທີ່ໄຫຼຜ່ານຫຼາຍເມືອງ, ວາງແຜນຄຸ້ມຄອງອ່າງຮັບນ້ຳຂະໜາດນ້ອຍທີ່ໄຫຼຜ່ານເມືອງດຽວ, ອອກອະນຸຍາດການຂຸດເຈາະ ແລະ ການນຳໃຊ້ນ້ຳໃຕ້ດິນຂະໜາດກາງ, ສຳຫຼວດ ເກັບກຳສັງລວມຂໍ້ມູນ ແລ້ວສົ່ງໃຫ້ພະແນກຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ ນຳເຂົ້າໃນລະບົບຖານຂໍ້ມູນຂ່າວສານ;ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານອະນຸລັກ, ປົກປັກຮັກສາ,ຟື້ນຟູບູລະນະ ແລະ ພັດທະນາການນຳໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ;ຕິດຕາມກວດກາການຈັດຕັ້ງປະຕິບັດ ມາດຕະຖານຄຸນນະພາບນ້ຳທຳມະຊາດ ແລະ ມາດຕະຖານການປ່ອຍນ້ຳເປື້ອນ;ເຂົ້າຮ່ວມໃນການກຳນົດ ແລະ ຄຸ້ມຄອງເຂດສະຫງວນຊັບພະຍາກອນນ້ຳລະດັບຊາດ ແລະ ຂັ້ນແຂວງ, ຄຸ້ມຄອງເຂດສະຫງວນຊັບພະຍາກອນນ້ຳຂັ້ນເມືອງ ລວມທັງເຂດບໍລິເວນຍອດນ້ຳ;ຕິດຕາມກວດກາ ການຈັດຕັ້ງປະຕິບັດ ມາດຕະຖານຄຸ້ມຄອງທີ່ດິນບໍລິເວນນ້ຳຂະໜາດນ້ອຍ ຕາມກົດ ໝາຍ ແລະ ລະບຽບການ;
- ເຂົ້າຮ່ວມຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ການຄຸ້ມຄອງ, ອະນຸລັກ ຫຼື ປົກປັກຮັກສາ, ຟື້ນຟູນຳໃຊ້ ແລະ ໂຄງການພັດທະນາຕ່າງໆ ທີ່ກ່ຽວຂ້ອງກັບນ້ຳ ແລະ ຊັບພະຍາກອນນ້ຳ ຢູ່ໃນຂອບເຂດເມືອງຂອງຕົນ ແລ້ວລາຍງານໃຫ້ອົງການປົກຄອງເມືອງ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ;
- ເຂົ້າຮ່ວມປ້ອງກັນ, ຄວບຄຸມຕິດຕາມກວດກາ ແລະ ແກ້ໄຂບັນຫາມົນລະພິດທຸກປະເພດ, ການນໍາໃຊ້ສານເຄມີທີ່ເປັນພິດ ແລະ ການກໍາຈັດສິ່ງເສດເຫຼືອ ລວມທັງວັດຖຸອັນຕະລາຍ;ສໍາຫຼວດ, ກໍານົດສ້າງສະໜາມກໍາຈັດຂີ້ເຫຍື້ອຂອງເມືອງ ໂດຍສົມທົບກັບຂະແໜງການທີ່ກ່ຽວຂ້ອງຂັ້ນທ້ອງຖິ່ນ; ສໍາຫຼວດ ແລະ ເກັບກໍາຂໍ້ມູນກ່ຽວກັບມົນລະພິດ ພ້ອມທັງຄົ້ນຄວ້າ, ວິໃຈ ແລະ ພັດທະນາຫ້ອງວິໃຈສິ່ງແວດລ້ອມ ຕາມຄວາມສາມາດ ເພື່ອຮັບໃຊ້ໃນການບໍລິຫານ ແລະ ການບໍລິການ;
- ສົ່ງເສີມ ແລະ ສ້າງຈິດສໍານຶກ ໃນການປົກປັກຮັກສາສິ່ງແວດລ້ອມ, ປະຕິບັດແຜນການສ້າງຕົວເມືອງ ແລະ ຊົນນະບົດຍືນຍົງດ້ານສິ່ງແວດລ້ອມ; ຈັດຕັ້ງປະຕິບັດວຽກງານຂຽວສະອາດງາມຕາ, ສ້າງ ແລະ ຈັດຕັ້ງປະຕິບັດແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ;
- ທົບທວນ ແລະ ນໍາສະເໜີການນໍາເມືອງ ພິຈາລະນາຮັບຮອງເອົາແຜນການຄຸ້ມຄອງສິ່ງແວດລ້ອມ ສໍາລັບທຸລະກິດແບບຄອບຄົວໃນຂອບເຂດເມືອງຂອງຕົນ ພ້ອມທັງເປັນເຈົ້າການ ຕິດຕາມສິ່ງແວດລ້ອມຂອງທຸລະກິດດັ່ງກ່າວ;
- ເຂົ້າຮ່ວມການທົບທວນ ແລະ ການພິຈາລະນາຮັບຮອງເອົາ ບົດລາຍງານການສຶກສາເບື້ອງຕົ້ນກ່ຽວກັບຜົນກະ ທົບຕໍ່ສິ່ງແວດລ້ອມ, ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ ຂອງໂຄງ ການລົງທຶນ ລວມທັງການດໍາເນີນວຽກງານການມີສ່ວນຮ່ວມຂອງມວນຊົນ ພ້ອມທັງຕິດຕາມກວດກາການຄຸ້ມຄອງສິ່ງແວດລ້ອມຂອງໂຄງການ ຢ່າງເປັນລະບົບ ແລະ ຕໍ່ເນື່ອງ;
- ເຂົ້າຮ່ວມ ແລະ ຈັດຕັ້ງປະຕິບັດແຜນຍຸດທະສາດການປ່ຽນແປງດິນຟ້າອາກາດ, ແຜນດໍາເນີນງານການປ່ຽນ ແປງດິນຟ້າອາກາດ, ເຊື່ອມສານວຽກງານໄພພິບັດ ເຂົ້າໃນແຜນຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ,ນະຄອນຫຼວງ; ສໍາຫຼວດ ແລະ ເກັບກໍາສະຖິຕິໄພພິບັດໃນເຂດທ້ອງຖິ່ນຂອງຕົນ,ກຳນົດລະບຽບການ ແລະ ປະຕິບັດມາດຕະການຫຼຸດຜ່ອນຄວາມສຽງໄພພິບັດ;
- ເຂົ້າຮ່ວມຈັດຕັ້ງປະຕິບັດ ການສັງເກດສະພາບອາກາດ, ວັດແທກ,ເກັບກຳ, ສັງລວມ ແລະ ຄຸ້ມຄອງລາຍງານຂໍ້ມູນອຸຕຸນິຍົມ ແລະ ອຸທົກກະສາດ, ໄພພິບັດທຳມະຊາດ ແລະ ແຜ່ນດິນໄຫວ; ຄົ້ນຄວ້າ, ສະເໜີປັບປຸງຍົກລະດັບຕາໜ່າງສະຖານີອຸຕຸການບິນ, ຕາໜ່າງສະຖານີອຸຕຸກະເສດ ແລະ ຕາໜ່າງສະຖານີຕິດຕາມແຜ່ນດິນໄຫວ ໃນຂອບເຂດເມືອງຂອງຕົນ;
- ຕິດຕາມ, ກວດກາ, ເກັບ ແລະ ສົ່ງຕົວຢ່າງ ຄຸນນະພາບສິ່ງແວດລ້ອມ ໃຫ້ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ ຫຼື ຫ້ອງທົດລອງສິ່ງແວດລ້ອມແຫ່ງຊາດ, ສະຖາບັນຊັບພະຍາກອນແຫ່ງຊາດ ແລະ ສິ່ງແວດລ້ອມ, ກຊສ;
- ເກັບກໍາສັງລວມຂໍ້ມູນສະຖິຕິ ເຂົ້າໃນລະບົບຖານຂໍ້ມູນ-ຂ່າວສານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອຄຸ້ມຄອງ, ນໍາໃຊ້, ແລກປ່ຽນ ແລະ ບໍລິການໃນເມືອງຂອງຕົນ;
- ຊີ້ນໍາ, ຄຸ້ມຄອງ, ບໍາລຸງ-ກໍ່ສ້າງ, ສັບຊ້ອນ, ປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນ ພ້ອມທັງສ້າງແຜນ ແລະ ເຂົ້າຮ່ວມການຝຶກອົບຮົມ,ສຳມະນາ,ຄົ້ນຄ້ວາ, ປັບປຸງ ແລະ ບູລະນະກົງຈັກການຈັດຕັ້ງຂອງຫ້ອງການຕົນ ໃຫ້ເຂັ້ມແຂງ; ກໍານົດຕໍາແໜ່ງງານ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບໜ້າທີ່ການເມືອງ ໃນແຕ່ລະໄລຍະ;
- ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ, ຄຸ້ມຄອງບັນຊີ, ຄັງເງິນສົດ, ເງິນເດືອນ-ເງິນນະໂຍບາຍຕ່າງໆ;ດໍາເນີນການຈັດຊື້-ຈັດຈ້າງ, ສ້າງແຜນວຽກ, ແຜນງົບປະມານ ລວມທັງ ແຜນເກັບລາຍຮັບວິຊາການ ເພື່ອສ້າງລາຍຮັບເຂົ້າງົບປະມານຕາມກົດໝາຍ ແລະ ລະບຽບການ;
- ຄຸ້ມຄອງບໍລິຫານ, ຄຸ້ມຄອງ ແລະ ນໍາໃຊ້ຊັບສິນ, ຊັບສົມບັດລວມຂອງລັດ ໃຫ້ຖືກກັບເປົ້າໝາຍ ແລະ ສອດ ຄ່ອງກັບກົດໝາຍ ແລະ ລະບຽບການຕ່າງໆ;
- ພົວພັນຮ່ວມມື ທັງພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອຂົນຂວາຍການສະໜັບສະໜູນດ້ານເຕັກນິກ-ວິຊາການ ແລະ ທຶນຮອນເຂົ້າໃນວຽກງານຂອງຫ້ອງການຕົນ ຕາມການມອບໝາຍ ແລະ ການເຫັນດີຂອງຂັ້ນເທີງ;
- ປະເມີນຜົນ ແລະ ສະຫຼຸບສັງລວມການປະຕິບັດໜ້າທີ່ການເມືອງຂອງຫ້ອງການຕົນ ແລ້ວລາຍງານໃຫ້ຂັ້ນເທີງ ຕາມລະບົບສາຍຕັ້ງ ແລະ ສາຍຂວາງຂອງຕົນ ເປັນປົກກະຕິ;
- ປະຕິບັດໜ້າທີ່ອື່ນໆ ຕາມທີ່ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ ຫຼື ເຈົ້າເມືອງ ຫຼື ຂັ້ນເທີງ ໄດ້ມອບໝາຍໃຫ້ສະເພາະ ແລະ ຕາມໜ້າທີ່ໄດ້ກໍານົດໄວ້ໃນ ກົດໝາຍ ແລະ ລະບຽບການ.
135122
ມື້ນີ້
ມື້ວານ
ອາທິດນີ້
ອາທິດກ່ອນ
ເດືອນນີ້
ເດືອນກ່ອນ
ທັງຫມົດ
43
179
1208
132633
531
3520
135122
Your IP: 44.200.82.149
2023-06-03 08:19