-
Details
-
Written by ສຸພະໄຊ ບຸນຍົງ
-
- ສະເໜີປັບປຸງແກ້ໄຂ, ສ້າງ ຫຼື ຍົກເລີກບັນດານະໂຍບາຍ, ແຜນຍຸດທະສາດ, ນິຕິກໍາຕ່າງໆທີ່ຕິດພັນກັນກັບການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
- ອອກຂໍ້ຕົກລົງ,ຄຳສັ່ງ,ແຈ້ງການ ແລະ ຄຳແນະນຳດ້ານວິຊາການ ກ່ຽວກັບວຽກງານການຄຸ້ມຄອງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນຂອບເຂດເມືອງຂອງຕົນ;
- ຕີລາຄາ ແລະ ປະເມີນຜົນການນໍາໃຊ້ທີ່ດິນ, ອອກ ຫຼື ຖອນເອກະສານຢັ້ງຢືນກ່ຽວກັບສິດນໍາໃຊ້ທີ່ດິນ; ຄົ້ນ ຄ້ວານໍາສະເໜີກ່ຽວກັບການແກ້ໄຂບັນຫາທີ່ດິນ, ໃຫ້ການບໍລິການທາງດ້ານວິຊາການ ກ່ຽວກັບວຽກງານທີ່ດິນ ແລະ ເກັບລາຍຮັບຕ່າງໆກ່ຽວກັບທີ່ດິນ;
- ສະເໜີຂັ້ນເທີງ ສັ່ງໂຈະຊົ່ວຄາວ ຫຼື ຖາວອນ ຫຼື ຖອນໃບຢັ້ງຢືນ, ໃບອະນຸຍາດດໍາເນີນກິດຈະການຕ່າງໆກ່ຽວກັບການບໍລິການ, ນໍາໃຊ້, ສິດໃຊ້, ສິດນໍາໃຊ້, ການໃຫ້ເຊົ່າ ຫຼື ສໍາປະທານຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການຕ່າງໆທີ່ວາງອອກ;
- ຍ້ອງຍໍ ແລະ ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ປະກອບສ່ວນໃນການຄຸ້ມຄອງ, ປົກປັກຮັກສາ, ຟື້ນຟູບູລະນະຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; ກ່າວເຕືອນ ຫຼື ນໍາໃຊ້ມາດຕະການອື່ນໆ ຕາມກົດ ໝາຍຕໍ່ຜູ້ທີ່ສ້າງຜົນເສຍຫາຍ ແກ່ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນຂອບເຂດເມືອງຂອງຕົນ;
- ສະເໝີ ຫຼື ຕົກລົງສ້າງຕັ້ງ, ປັບປຸງ ຫຼື ລົບລ້າງບັນດາກົງຈັກການຈັດຕັ້ງທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ບົນພື້ນຖານຄວາມເປັນເອກະພາບ ກັບອົງການທີ່ມີສິດອໍານາດຂັ້ນສູນກາງ ແລະ ທ້ອງຖິ່ນ;
- ສະເໜີແຕ່ງຕັ້ງ, ຍົກຍ້າຍ, ປົດຕໍາແໜ່ງ, ເລື່ອນຊັ້ນ, ຍ້ອງຍໍ, ປະຕິບັດວິໄນ ແລະ ປະຕິບັດນະໂຍບາຍອຸດໜູນ ບໍາເນັດ-ບໍານານ ອຸດໜູນທາດເບື່ອ, ເຄມີ ແລະ ສານພິດຕ່າງໆ, ອຸດໜູນ ເສຍກຳລັງແຮງງານຕໍ່ພະນັກງານຂັ້ນຕ່າງໆ ທີ່ຢູ່ຄວາມຮັບຜິດຊອບຂອງຕົນ;
- ເຂົ້າຮ່ວມກອງປະຊຸມ ທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ຕາມການມອບໝາຍ ແລະ ການເຫັນດີຂອງຂັ້ນເທີງ;
- ສະເໜີສ້າງຕັ້ງຄະນະກໍາມະການສິ່ງແວດລ້ອມເມືອງ, ຄະນະກໍາມະການອື່ນ ທີ່ຕິດພັນກັບການຄຸ້ມຄອງຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕາມຄວາມຈໍາເປັນ;
- ປະຕິບັດສິດອື່ນໆ ຕາມທີ່ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນ ຫຼວງ ຫຼື ເຈົ້າເມືອງ ໄດ້ມອບໝາຍໃຫ້ສະເພາະ ແລະ ຕາມສິດທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການຕ່າງໆ.
135131
ມື້ນີ້
ມື້ວານ
ອາທິດນີ້
ອາທິດກ່ອນ
ເດືອນນີ້
ເດືອນກ່ອນ
ທັງຫມົດ
52
179
1217
132633
540
3520
135131
Your IP: 44.200.82.149
2023-06-03 08:50