ອີງຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິິ່ງແວດລ້ອມ ສະບັບເລກທີ 1801/ກຊສ ລົງວັນທີ 07 ເມສາ 2021 ວ່າດ້ວຍ ການຮັບຮອງ ແລະ ປະກາດໃຊ້ລະບົບຖານຂໍ້ມູນ ການຂຶ້ນບັນຊີໂຄງການເຊົ່າ ແລະ ສຳປະທານທີ່ິດິນ ຂອງລັດຢ່າງເປັນລະບົບຕໍ່ເນື່ອງ ຢູ່ ສປປ ລາວ.

ເພື່ອຮັບຮອງ ແລະ ປະກາດໃຊ້ລະບົບຖານຂໍ້ມູນ ການຂຶ້ນບັນຊີໂຄງການເຊົ່າ ແລະ ສຳປະທານທີ່ິດິນ ຂອງລັດຢ່າງເປັນລະບົບຕໍ່ເນື່ອງ ຢູ່ ສປປ ລາວ (LCIS) ທີ່ໄດ້ພັດທະນາໂດຍການຮ່ວມມື ຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງແແຜນການ ແລະ ການລົງທຶນ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງການເງິນ ພາຍໃຕ້ໂຄງການຄວາມຮູ້ເພື່ອການພັດທະນາ (K4D) ໂດຍໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກອົງການເພື່ອການພັດທະນາ ແລະ ການຮ່ວມມື ຂອງປະເທດສະວິດເຊີແລນ (SDC). ກົມທີ່ດິິນ(ກະຊວງ ຊສ )

 

     ໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2021 ນີ້, ທ່ານ ສັກດາ ແກ້ວດວງສີ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ໄດ້ເຂົ້າຮ່ວມພິທີປູກຕົ້ນໄມ້ຢູ່ທີ່ເຂດອຸດທິຍານພູຜາສຸກ ເມືອງ ແລະ ແຂວງສາລະວັນ ຮ່ວມກັບທ່ານການນຳຂັ້ນສູງຂອງແຂວງ.

ສຳລັບຕົ້ນໄມ້ທີ່ນຳມາປູກໃນປີນີ້ແມ່ນປະເພດໄມ້ອຸດສາຫະກຳ ເຊັ້່ນ: ໄມ້ດູ່, ໄມ້ຂະຍຸງ... ເພື່ອຟື້ນຟູປ່າໃນຂອບເຂດອຸດທິຍານພູຜາສຸກໃຫ້ມີຄວາມອຸດົມສົມບູນແບບທຳມະຊາດ. ນອກຈາກນັ້ນ ຍັງສາມາດເປັນບ່ອນຮັບຮອງດ້ານການສຶກສາຄົ້ນຄວ້າກ່ຽວກັບພັນພຶດ ແລະ ຊີວະນາໆພັນ ເພື່ອເປັນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ເຍົາວະຊົນໃນຮຸ້ນຕໍ່ໆໄປ. ຈຸດປະສົງໃນການປູກໃນຄັ້ງນີ້ ເພື່ອຟື້ນຟູປ່າໃຫ້ມີຄວາມຂຽວງາມ ແລະ  ເສີມສ້າງຄວາມອຸດົມສົມບູນຄືນໃຫ້ແກ່ທຳມະຊາດໃຫ້ມີຄວາມຍືນຍົງ ຕາມທິດທາງແຜນການຂອງລັດຖະບານ ສປປ ລາວ ໃນການຂະຫຍາຍເນື້ອທີ່ປ່າໄມ້ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

 

ໃນຄັ້ງວັນທີ 21 ກຸມພາ - 06 ມີນາ 2021 ນີ້ ຢູ່ທີ່ຫ້ອງປະຊຸມຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ໄດ້ຈັດຊຸດຝືກອົບຮົມ ກ່ຽວກັບການສະແກນແຜນທີ່ຕາດິນ,ການດັດປັບແຜນທີ່ ແລະ ມາດຕະຖານ ການເກັບຮັກສາແຜນທີ່ໃນລະບົບຄອມພິວເຕີໃຫ້ແກ່ ພະນັກງານວິຊາການຂອງ ພຊສ ແຂວງ ມີບັນດາທ່ານເຂົ້າຮ່ວມທັງໝົດ 19 ທ່ານ ໃນນັ້ນມີຄູຝືກທີ່ມາຈາກສູນກາງ (ກົມທີ່ດິນ) 4 ທ່ານ ຈຸດປະສົງໃນການຝືກອົບຮົມຄັ້ງນີ້ ກໍ່ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບພະນັກງານວິຊາການໃນທ້ອງຖີ່ນຄື: 1. ເພື່ອໃຫ້ຮູ້ວິທີການສະແກນແຜນທີ່ຕາດິນ,2.ເພື່ອໃຫ້ຮູ້ວິທີການດັດປັບແຜນທີ່,3.ໃຫ້ຮູ້ວິທີການແຕ້ມແຜນທີ່ຄືນໄໝ່ໃຫ້ໄດ້ມາດຕະຖານ,4. ເພື່ອຮັບປະກັນໃນການເກັບຮັກສາແຜນທີ່ຕອນດິນໄວ້ໃນລະບົບຄອມພິວເຕີໃຫ້ມີສະດວກວ່ອງໄວໃນການຊອກຫາຂໍ້ມູນດັ່ງກ່າວ ພ້ອມທັງຮັບປະກັນໃນເກັບຮັກສາຂໍ້ມູນໃຫ້ມີຄວາມລະອຽດແລະມີຄວາມຊັດເຈນຍິ່ງຂື້ນ ໃນປະຕິບັດໜ້າທີ່ວຽກງານ.

 

ໃນຕອນເຊົ້າຂອງວັນທີ 27 ຕຸລາ 2020,ຢູ່ທີ່ຫ້ອງປະຊຸມຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ,ໄດ້ຈັດກອງປະຊຸມຮ່ວມກັນລະຫ່ວາງພະນັກງານວິຊາການຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພະແນກການເງີນປະຈຳແຂວງສາລະວັນຂື້ນເພື່ອປະເມີນຄືນການນຳໃຊ້ງົບປະມານປະຈຳປີພາຍໃຕ້ການເປັນປະທານ ຂອງທ່ານ ສົມພອນ ແສງສຸລິຈັນ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມແຂວງສາລະວັນ,