ໃນຕອນບາຍຂອງວັນທີ13ກໍລະກົດ2020 ນີ້ຢູ່ທີພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມແຂວງສາລະວັນ ໄດ້ຈັດປະຊຸມ ປະ ເມີນການຈັດຕັ້ງປະຕິບັດວຽກງານໄລຍະ7 ເດຶອນຕົ້ນປີ 2020ຂຶ້ນ ,ພາຍໄຕ້ການເປັນປະທານຂອງທ່ານສັກດາ ແກ້ວດວງສີຮັກ ສາການ ຫົວໜ້າພະແນກຊສແຂວງສາລະວັນ,ພ້ອມນັ້ນໄດ້ມີຄະນະພະແນກ,ຫົວໜ້າຂະແໜງຮອງຂະແໜງ ພະນັກງານວິຊາການ ເຂົ້າຮ່ວມຢ່າງ ພ້ອມພຽງ,ທີ່ປະຊຸມໄດ້ຮັບຟັງການລາຍງານຜົນຂອງການຈັດຕັ້ງເຄື່ອນໄຫວວຽກງານໃນໄລຍະ 7 ເດືອນຜ່ານມາເພື່ອປະເມີນ ຄຶນໝາກ ຜົນຜົນງານການປະຕິບັດ ວຽກງານຂອງຂະແໜງການທີ່ຂຶ້ນກັບພະແນກ , ໄນນັ້ນວຽກງານທີພົ້ນເດັ່ນແມ່ນວຽກງານທີດິນ  ,ວຽກງານ ລາຍຮັບ ແລະວຽກອຶ່ນໆຈຳນວນໜຶ່ງເຊີ່ງມາຮອດປະຈຸບັນສ້າງຖານສຳມະໂນໄດ້ເກືອບ 5 ພັນຕອນ,ສຳຫຼວດວັດແທກໄດ້ 1796 ຕອນພິ ສູດຫຼັກຖານອອກໃບຕາດິນໄດ້ 704ຕອນ,ເກັບລາຍຮັບໃດ້348.346.000ກີບ.ສຳລັບແຜນສຶບຕໍ່ໄນ ຊຸມເດືອນຕໍ່ ໜ້າແມ່ນ ຈະສູ້ຊົນ ພິ ສູດຫຼັກຖານອອກໃບຕາດິນໃຫ້ໄດ້ 13.464ຕອນ,ສ້າງຖານສຳມະໂນຕອນດິນໃຫ້ ໄດ້25.003ຕອນ,ຈົດທະບຽນນິຕິກຳກ່ຽວກັບທີ່ດິນໃຫ້ໄດ້3.261ຕອນ, ສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້  325.217.000 ກີບທັງນີ້ ກໍ່ເພື່ອແນໃສ່ ເຮັດໃຫ້ຄາດ ໜາຍຕ່າງໆ ຂອງວຽກງານ ຄຸ້ມ ຄອງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມໃນທົ່ວແຂວງສາລະວັນ ກໍ່ຄືໃນທົ່ວປະເທດໃຫ້ໄດ້ຮັບການປັບ ປຸງພັດທະນາດີຂຶ້ນ ສາມາດຮັກສາໄດ້ຄາດໝາຍລວມຂອງຊາດຕໍ່ກັບການປົກປັກຮັກສາສະພາບແວດລ້ອມທີດີແລະຍຶນຍົງຕະຫຼອດໄປ.