Print

 

     ໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2021 ນີ້, ທ່ານ ສັກດາ ແກ້ວດວງສີ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ໄດ້ເຂົ້າຮ່ວມພິທີປູກຕົ້ນໄມ້ຢູ່ທີ່ເຂດອຸດທິຍານພູຜາສຸກ ເມືອງ ແລະ ແຂວງສາລະວັນ ຮ່ວມກັບທ່ານການນຳຂັ້ນສູງຂອງແຂວງ.

ສຳລັບຕົ້ນໄມ້ທີ່ນຳມາປູກໃນປີນີ້ແມ່ນປະເພດໄມ້ອຸດສາຫະກຳ ເຊັ້່ນ: ໄມ້ດູ່, ໄມ້ຂະຍຸງ... ເພື່ອຟື້ນຟູປ່າໃນຂອບເຂດອຸດທິຍານພູຜາສຸກໃຫ້ມີຄວາມອຸດົມສົມບູນແບບທຳມະຊາດ. ນອກຈາກນັ້ນ ຍັງສາມາດເປັນບ່ອນຮັບຮອງດ້ານການສຶກສາຄົ້ນຄວ້າກ່ຽວກັບພັນພຶດ ແລະ ຊີວະນາໆພັນ ເພື່ອເປັນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ເຍົາວະຊົນໃນຮຸ້ນຕໍ່ໆໄປ. ຈຸດປະສົງໃນການປູກໃນຄັ້ງນີ້ ເພື່ອຟື້ນຟູປ່າໃຫ້ມີຄວາມຂຽວງາມ ແລະ  ເສີມສ້າງຄວາມອຸດົມສົມບູນຄືນໃຫ້ແກ່ທຳມະຊາດໃຫ້ມີຄວາມຍືນຍົງ ຕາມທິດທາງແຜນການຂອງລັດຖະບານ ສປປ ລາວ ໃນການຂະຫຍາຍເນື້ອທີ່ປ່າໄມ້ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.