Print

ອີງຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິິ່ງແວດລ້ອມ ສະບັບເລກທີ 1801/ກຊສ ລົງວັນທີ 07 ເມສາ 2021 ວ່າດ້ວຍ ການຮັບຮອງ ແລະ ປະກາດໃຊ້ລະບົບຖານຂໍ້ມູນ ການຂຶ້ນບັນຊີໂຄງການເຊົ່າ ແລະ ສຳປະທານທີ່ິດິນ ຂອງລັດຢ່າງເປັນລະບົບຕໍ່ເນື່ອງ ຢູ່ ສປປ ລາວ.

ເພື່ອຮັບຮອງ ແລະ ປະກາດໃຊ້ລະບົບຖານຂໍ້ມູນ ການຂຶ້ນບັນຊີໂຄງການເຊົ່າ ແລະ ສຳປະທານທີ່ິດິນ ຂອງລັດຢ່າງເປັນລະບົບຕໍ່ເນື່ອງ ຢູ່ ສປປ ລາວ (LCIS) ທີ່ໄດ້ພັດທະນາໂດຍການຮ່ວມມື ຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງແແຜນການ ແລະ ການລົງທຶນ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງການເງິນ ພາຍໃຕ້ໂຄງການຄວາມຮູ້ເພື່ອການພັດທະນາ (K4D) ໂດຍໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກອົງການເພື່ອການພັດທະນາ ແລະ ການຮ່ວມມື ຂອງປະເທດສະວິດເຊີແລນ (SDC). ກົມທີ່ດິິນ(ກະຊວງ ຊສ )

ໃນນາມເປັນເຈົ້າການໃນການປະສານສົມທົບກັບບັນດາກົມວິຊາການຂອງກະຊວງທີ່ກ່ຽວຂ້ອງ ແລະ ບັນດາຂະແໜງການຂອງລັດ ຢູ່ຂັ້ນສູນກາງ ແລະ ທ້ອງຖີ່ນໄດ້ນຳສົ່ງຄູຝືກລົງມາຊ່ວຍ 2 ແຂວງເປົ້າໝາຍ ເພື່ອອຳນວຍຄວາມສະດວກໃນການຕິດຕັ້ງ ແລະ ອະທິບາຍວິີທີການນຳໃຊ້ໂປຣແກຣມ FortiClient PVN  ໃຫ້ນັກສຳມະນາກອນ ຮັບຮູ້ວິທີການຕິດຕັ້ງ ແລະ ສາມາດເຂົ້າໃຈງ່າຍຂຶ້ນ. ໃນການນໍາໃຊ້ລະບົບຖານຂໍ້ມູນ ການຂຶ້ນບັນຊີໂຄງການເຊົ່າ ແລະ ສຳປະທານທີ່ດິນ ຂອງລັດ, ການສັງລວມ ແລະ ການປ້ອນຂໍ້ມູນເຂົ້າໃນລະບົບ ຖານຂໍ້ມູນ ດັ່ງກ່າວໃຫ້ລະອຽດຄົບຖ້ວນ. ສະນັ້ນ ກົມທີ່ິດິນ ຈຶ່ງໄດ້ຈັດກອງປະຊຸມຝຶກອົບຮົມໂດຍໃຊ້ລະບົບວິດີໂອທາງໄກ (ອອນລາຍ) ຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານ ປອ ອານົງສອນ ພົມມະຈັນ ຫົວໜ້າກົມທີ່ດິນ ກະຊວງ ຊສ ປະກອບມີບັນດາທ່ານຄະນະພະແນກ ແລະ ພະນັກງານວິຊາການ 6 ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມຄື: ພະແນກຊັບພະຍາກອນທຳມຊາດ ແລະ ສິ່ງແວດລ້ອມແຂວງ, ຫ້ອງວ່າການແຂວງ, ພະແນກແຜນການ ແລະ ການລົງທຶນ, ພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ພະແນກການເງິນແຂວງ.

ໃນການຝຶກອົບຮົມຄັ້ງນີ້ ແມ່ນຈະໃຊ້ເວລາ 4 ວັນ ເລີ່ມແຕ່ວັນທີ 14 ທັນວາ 2021 ແລະ ຈະສຳເລັດໃນວັນທີ 18 ທັນວາ 2021.