Print

ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ຂຽນເປັນຕົວອັກສອນຫຍໍ້ວ່າ "ຫຊສ" ສັງກັດໃນໂຄງປະກອບກົງຈັກການຈັດຕັ້ງຂັ້ນເມືອງ ມີຖານະເປັນຫ້ອງການໜຶ່ງຂອງເມືອງ ພາຍໃຕ້ການຊີ້ນໍາ-ນໍາພາ ແລະ ການຄຸ້ມຄອງທາງດ້ານຊີວດິການເມືອງ ຂອງອົງການປົກຄອງເມືອງ ແລະ ຢູ່ພາຍໃຕ້ການຊີ້ນໍາ-ນໍາພາທາງດ້ານວິຊາການ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ ອົງການປົກຄອງເມືອງ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ ໃນການຄຸ້ມຄອງ-ບໍລິຫານ, ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຊຶ່ງປະກອບມີ ທີ່ດິນ, ນໍ້າ, ອາກາດ, ຊີວະນາໆພັນ, ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ, ລວມທັງວຽກງານໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ, ອຸຕຸນິຍົມ ແລະ ອຸທົກກະສາດໃນຂອບເຂດເມືອງຂອງຕົນ.