ພິທີປະກາດ ການຍົກຍ້າຍ, ແຕ່ງຕັ້ງ ຫົວຫນ້າພະແນກ, ຮອງຫົວຫນ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ
ໃນວັນທີ 8 ມິຖຸນາ 2021 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ ໄດ້ຈັດພິທີປະກາດ ຍົກຍ້າຍ, ແຕ່ງຕັ້ງ ຫົວໜ້າພະແນກ, ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຂຶ້ນຢູ່ທີ່ຫ້ອງປະຊຸມພະແນກການເງິນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ພູທົງ ຄຳມະນີວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໆສາລະວັນ ຜູ້ຊີ້ນໍາຂົງເຂດວຽກງານເສດຖະກິດ.
Read more: ພິທີປະກາດ ການຍົກຍ້າຍ, ແຕ່ງຕັ້ງ ຫົວຫນ້າພະແນກ, ຮອງຫົວຫນ້າພະແນກ ຊັບພະຍາກອນທຳມະຊາດ ແລະ...
ກົມອຸຕຸນິຍົມ ຈັດຊຸດຝືກອົບຮົມໃຫ້ກັບພຊສ 4 ແຂວງພາກໃຕ້ ກ່ຽວກັບການວິໄຈ ແລະ ພະຍາກອນສະພາບອາກາດຮ້າຍແຮງສຳລັບທ່ອງຖີ່ນທີ່ແຂວງສາລະວັນໃນຄັ້ງວັນທີ 30-31 ມີນາ 2021
ໃນຕອນເຊົ້້າ ຂອງວັນທີ 30 ມີນາ 2021 ນີ້ ຢູ່ທີ່ຫ້ອງປະຊຸມຂອງໂຮມແຮມພົນໄຊແຂວງສາລະວັນ ໄດ້ຈັດຝືກອົບຮົມ ກ່ຽວກັບການເຮັດພະຍາກອນສະພາບອາກາດຮ້າຍແຮງ ສຳລັບທ້ອງຖີ່ນ ພາຍໃຕ້ການເປັນປະທານຂອງທ່ານ ວິນລຽມ ຮອງຫົວໜ້າກົມ ອຸຕຸນິຍົມ ແລະ ອຸທົກກະສາດ,ໃຫ້ກຽດເປັນທານຮ່ວມໂດຍ ທ່ານສັກດາ ແກ້ວດວງສີ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນຮ່ວມທັງໝົດ 39 ທ່ານ ໃນນັ້ນມາຈາກສູນກາງ (ກົມອຸຕຸນິຍົມ ແລະ ອຸທົກກະສາດ ) 4 ທ່ານ,ມາຈາກພຊສ ແຂວງເຊກອງ 2 ທ່ານ,ພຊສ ແຂວງນະຄອນປາກເຊ 2 ທ່ານ,ພຊສ ແຂວງອັດຕະປື 3 ທ່ານ, ພຊສ ແຂວງສາລະວັນ ແລະ ຫຊສ 8 ຕົວເມືອງ.
Read more: ກົມອຸຕຸນິຍົມ ຈັດຊຸດຝືກອົບຮົມໃຫ້ກັບພຊສ 4 ແຂວງພາກໃຕ້ ກ່ຽວກັບການວິໄຈ ແລະ...
ກອງປະຊຸມ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ
ໃນຕອນເຊົ້າຂອງວັນທີ 25 ມີນາ 2021 ທີ່ຜ່ານມານີ້ ພະແນກ ຊສ ແຂວງສາລະວັນ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຢູ່ທີ່ສູນຝືກອົບສາຫາພັນແມ່ຫຍິງແຂວງ ພາຍໃຕ້ການເປັນປະທານ ຂອງທ່ານສັກດາ ແກ້ວດວງສີ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ,ມີບັນດາທ່ານສຳມະຊິກພັກສົມບູນ,ສຳຮອງ,ພະນັກງານລັດຖະກອນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມທັງໝົດ 56 ທ່ານ ຍິງ 16 ທ່ານ
ຝືກອົບຮົມກ່ຽວກັບຫົວຂໍ້ບັນຊີຄູ່ ຂອງອົງການຈັດຕັ້ງລັດໃນຄັ້ງວັນທີ 17-19/03/2021
ໃນຄັ້ງວັນທີ 17 - 19 ມີນາ 2021 ນີ້ ຢູ່ທີ່ຫ້ອງປະຊຸມຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ໄດ້ຈັດຊຸດຝືກອົບຮົມ ກ່ຽວກັບການນຳໃຊ້ບັນຊີຄູ່ຂອງອົງການຈັດຕັ້ງລັດໃຫ້ແກ່ ພະນັກງານວິຊາການ ຫຊສ 8 ຕົວເມືອງ ແລະ ບັນດາຂະແໜງການທີ່ຂື້ນກັບ ພຊສ ເຂົ້າຮ່ວມທັງໝົດ 25 ທ່ານ ໃນນັ້ນມີຄູຝືກທີ່ມາຈາກພະແນກການເງີນແຂວງ 2 ທ່ານ ຈຸດປະສົງໃນການຝືກອົບຮົມຄັ້ງນີ້
Read more: ຝືກອົບຮົມກ່ຽວກັບຫົວຂໍ້ບັນຊີຄູ່ ຂອງອົງການຈັດຕັ້ງລັດໃນຄັ້ງວັນທີ 17-19/03/2021
Page 6 of 19