ພຊສ ສາລະວັນເຊື່ອມຊຶມຜົນສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນເປີດກ້ວາງຄັ້ງທີ12ສະໃໝທີVIII
ໃນຕອນເຊົ້າຂອງວັນທີ28ສິງຫາ2020ນີ້ພະແນກຊັບພະຍາກອນທຳມະຊາດແລະສິ່ງ ແວດລ້ອມແຂວງສາລະວັນ ໄດຈັດພິທີປະ ຖາກະຖາ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງ ສາລະວັນ ເປີດກ້ວາງຄັ້ງທີ 12ສະໃໝທີ8,ໂດຍພາຍໄຕ້ການເຜີຍແຜ່ຂອງທ່ານສັກດາ ແກ້ວດວງສີ ຮັກສາການຫົວໜ້າພະແນ ກຊສ ແຂວງ ສາລະວັນ ,ຜູ້ເຂົ້າຮ່ວມຮັບຟັງປະກອບມີ ຫົວໜ້າຂະແໜງຮອງຂະແໜງ,ພະນັກ ງານສຳມະຊິກພັກ, ລັດຖະກອນ, ພະນັກງານຕາມສັນຍາຂະແໜງການອ້ອມຂ້າງພະແນກຊສ, ເຂົ້າຮ່ວມ35ຄົນ ,ຍິງ14ຄົນ ,ຜູ້ເຂົ້າຮ່ວມ ໄດ້ຮັບຟັງຜົນສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນເປີດກ້ວາງຄັ້ງທີ12ສະໃໝທີ8
ພຊສ ສາລະວັນ ສຳເສັດການສະຫຼຸບຜົນຂອງການເຄຶ່ອນໄຫວວຽກງານປະຈຳເດຶອນສິງຫາ
ໃນຕອນເຊົ້າຂອງວັນທີ21ສິງຫາ2020ນີ້ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງສາລະວັນ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານປະຈຳເດືອນສິງຫາ2020ຂຶ້ນ,ພາຍໄຕ້ການເປັນປະທານຂອງທ່ານ ສັກດາ ແກ້ວດວງສີ ຮັກສາການຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ສາລະວັນ
Read more: ພຊສ ສາລະວັນ ສຳເສັດການສະຫຼຸບຜົນຂອງການເຄຶ່ອນໄຫວວຽກງານປະຈຳເດຶອນສິງຫາ
ພຊສ ສາລະວັນເລື່ອນສາມະຊິກພັກສຳຮອງຂຶ້ນສົມບູນ
ໃນຕອນເຊົ້າຂອງວັນທີ 14 ສິ່ງຫາ 2020 ນີ້ ຢູ່ທີ່ພະແນກ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ ໄດ້ດຳ ເນີນກອງປະຊຸມເລື່ອນສໍາມາຊິກພັກສຳຮອງຂື້ນສົມບູນຈຳນວນ7ສະຫາຍ ໃນນັ້ນຍິງ 4ສະຫາຍ ໂດຍເປັນກຽດເຂົ້າຮ່ວມຂອງທ່ານສັກດາ ແກ້ວດວງສີ ເລຂາໜ່ວຍພັກ ຮັກສາການພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ມີພະນັກງານສຳມະຊິກພັກ ສົມບູນ ແລະ ສຳຮອງ ພາຍໃນພະແນກ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມຈຳນວນ39ຄົນ
ພຊສ ສາລະວັນປະເມີນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ7ເດືອນຮ່ວມກັບ ຫຊສ 8ເມືອງຜ່ານ video conference
ໃນລະຫວາງວັນທີ4-5ສິງຫາ2020ນີ້ ພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມປະ ຈຳແຂວງສາລະວັນ ຮ່ວມກັບ ຫ້ອງການ ຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມເມືອງ 8 ຕົວເມືອງຈັດປະຊຸມປະ ເມີນຄຶນການຈັດ ຕັ້ງປະຕິບັດວຽກ ງານ ຄຸ້ມຄອງຊັບ ພະ ຍາ ກອນທຳມະຊາດແລະສິ່ງແວດລ້ອມໃນໄລຍະ7ເດືອນຜ່ານມາໂດຍຜ່ານ ລະບົບວິດີໂອຄອນ ຟີຣເລນ, ພາຍໄຕ້ ການເປັນ ປະທານ ຂອງທ່ານສັກດາ ແກ້ວດວງສີຮັກສາການຫົວໜ້າພະແນກ ຊສ ປະຈຳແຂວງສາລະວັນພ້ອມດ້ວຍຄະນະ,ພ້ອມ ນີ້ ໄດ້ມີຫົວຂະແໜງ ,ຫົວໜ້າຫ້ອງການ ຊສ 8ເມືອງເຂົ້າຮ່ວມຢ່າງພ້ອມພຽງ,ທີ່ປະຊຸມໄດ້ຮັບຟັງການ ລາຍງານຜົນຂອງການ ຈັດຕັ້ງປະຕິບັດ ວຽກງານ ໄລ ຍະ7ເດືອນຜ່ານມາ
ຫົວໜ້າພະແນກ ຊສ ແຂວງສາລະວັນເຄື່ອນໄຫວຊຸກຍູ້ວຽກງານ3ເມືອງພູດອຍ
ໃນລະຫ່ວາງວັນທີ3-4ສິງຫາ2020ນີ້ທ່ານສັກດາແກ້ວດວງສີຮັກສາການຫົວໜ້າພະແນກຊັບພະຍາກອນທຳມະຊາດແລະສິ່ງແວດ ລ້ອມ ແຂວງສາລະວັນໄດ້ໄປເຄື່ອນໄຫວຊຸກຍູ້ວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມຢູ່ບັນດາເມືອງພູດອຍເປັນຕົ້ນແມ່ນເມືອງຕຸ້ມລານ ,ເມືອງຕະໂອ້ຍ ແລະ ເມືອງສະໝ້ວຍເຊີ່ງນອນຢູ່ໃນເມືອງທຸກຢາກຂອງແຂວງການຈັດຕັ້ງເຄື່ອນໃຫວ ວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມບັນດາເມືອງ ດັ່ງກາວຍັງປະຕິບັດແຜນຄາດໝາຍສູ້ຊົນບໍ່ໃດ້ດີເທົ້າ ທີ່ຄວນ, ດັ່ງນັ້ນເພື່ອເຮັດໃຫ້ບັນດາຄາດໝາຍຕ່າງໆຂອງວຽກຄຸ້ມຄອງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມຢູ່ບັນດາເມືອງ ໄດ້ມີການເຄື່ອນໄຫວຢ່າງມີປະສິດທິຜົນສູງໃນໄລຍະ5ເດືອນທ້າຍປີ 2020 ນີ້
Read more: ຫົວໜ້າພະແນກ ຊສ ແຂວງສາລະວັນເຄື່ອນໄຫວຊຸກຍູ້ວຽກງານ3ເມືອງພູດອຍ
Page 11 of 19