ພິທີປິດການຝືກອົບຮົມ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 3 ມີນາ 2022 ທີ່ຫ້ອງປະຊຸມຂອງຫ້ອງການແຜນການ ແລະ ການລົງທຶນເມືອງລະຄອນເພັງ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ທອງດີ ຈັນທະວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆລະຄອນເພັງ ແລະ ທ່ານ ມະໂນຫວັງ ພົງອຸດົມ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຊີ່ງມີຄູຝືກຈາກກົມທີ່ດິນ ກະຊວງ ຊສທ່ານຫົວໜ້າຂະແໜງທີ່ດິນ, ຮອງຫົວໜ້າຫ້ອງການ ບໍລິຫານ, ແຜນການ ແລະ ການເງິນ, ພະນັກງານຈາກຂະແໜງທີ່ດິນ ຂອງພະແນກ ຊສ ແຂວງ, ພະນັກງານວິຊາການຂອງຫ້ອງການ ຊສ ເມືອງລະຄອນເພັງ ແລະ ພະນັກງານຕາມສັນຍາໂຄງການ ເຂົ້າຮ່ວມ.

         ຜ່ານການຝືກອົບຮົມມາໃນ 10 ວັນລັດຖະການ ເຫັນໄດ້ວ່າພະນັກງວິຊາການໄດ້ຮຽນຮູ້ກ່ຽວກັບທິດສະດີຂັ້ນພື້ນຖານເປັນຕົ້ນ. ທັງນີ້ ຄູຝືກແມ່ນໄດ້ເອົາໃຈໃສ່ກ່ຽວກັບພາກປະຕິບັດຕົວຈິງ. ໃນເມື່ອກ່ອນປີ 2008 ຫາ 2012 ການສຳຫຼວດ-ວັດແທດເພື່ອຂື້ນທະບຽນອອກໃບຕາດິນແມ່ນໄດ້ນໍາໃຊ້ແມັດກໍ້ອອກຈາກຈຸດຄວບຄຸມ ແລະ ໃຊ້ພາບຖ່າຍຮອງພື້ນ, ມາຮອດປີ 2012 ຫາ 2017 ແມ່ນໄດ້ສຳຫຼວດດ້ວຍກ້ອງ ກາມິນ 76 ແລະ ໃນການຂື້ນທະບຽນອອກໃບຕາດິນໃນໄລຍະຜ່ານມາແມ່ນນໍາໃຊ້ໂປຼແກຼມ Autocad ເພື່ອແຕ້ມຮູບຕອນດິນ ແລະ ພິມໃບຕາດິນດ້ວຍໂປຼແກຼມ BCAount ໂດຍສະເພາະທີ່ດິນປຸກສ້າງ, ຕົກຮອດປີ 2018 ຈຶ່ງໄດ້ນໍາໃຊ້ກ້ອງ GNSS RTK ສືບຕໍ່ການຂື້ນທະບຽນອອກໃບຕາດິນ ຈົນຮອດປັດຈຸບັນ ໂດຍໃຊ້ໂປຼແກຼມ Qgis Lao Land Reg ໃນການແຕ້ມຕອນດິນ ແລະ ພິມໃບຕາດິນ ໂດຍແມ່ນແຂວງເປັນຜູ້ພິມ. ສະນັ້ນວຽກງານຂື້ນທະບຽນອອກໃບຕາດິນເປັນວຽກໜື່ງທີ່ມີຄວາມໝາຍ, ຄວາມສໍາຄັນ ເພື່ອບັນລຸຕາມແຜນ ການປີ 2022 ຂອງແຂວງສາລະວັນ ໃຫ້ສາມາດອອກໃບຕາດິນໄດ້ຈໍານວນ 25,000 ຕອນ ໃນນັ້ນ ພຊສ ແຂວງ ສາລະວັນໄດ້ແບ່ງປັນຕົວເລກໃຫ້ຫ້ອງການ ຊສ ເມືອງ ລະຄອນເພັງ ຈຳນວນ 7,000 ຕອນ ເພື່ອເປັນການຊຸກຍູ້ວຽກງານຂຶ້ນທະບຽນອອກໃບຕາດິນໃຫ້ບັນລຸຕາມແຜນການ ກົມທີ່ດິນ, ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

         ເພື່ອເປັນການຢັ້ງຢືນໃນການລົງປະຕິບັດພາກຕົວຈິງ ກົມທີ່ດິນ ໄດ້ອອກໃບຢັ້ງຢືນການຝືກອົບຮົມໃນຄັ້ງນີ້ ໃຫ້ແກ່ນັກສຳມະນາກອນທັງໝົດ ໃຫ້ກຽດມອບໃບຢັ້ງຢືນໂດຍທ່ານ ທອງດີ ຈັນທະວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆລະຄອນເພັງ.  ນອກນັ້ນ ທ່ານຍັງໄດ້ມອບໃບຂອບໃຈ ໃຫ້ແກ່ຄູຝືກຂອງກົມທີ່ດິນ ເພື່ອສະແດງຄວາມຮູ້ບຸນຄຸນທີ່ໄດ້ຖ່າຍທອດບົດຮຽນ ໃຫ້ແກ່ພະນັກງານວິຊາການເມືອງລະຄອນເພັງ ເວົ້າສະເພາະ, ເວົ້າລວມແມ່ນແຂວງສາລະວັນ. ສຸດທ້າຍ ທ່ານກໍ່ໄດ້ໂອ້ລົມນັກສຳມະນາກອນ ໃຫ້ເອົາໃຈໃສ່ນຳບົດຮຽນໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ຮັບໃຊ້ປະຊາຊົນດ້ວຍຄວາມສັດຊື່ບໍລິສຸດ.