ໃນຕອນເຊົ້າວັນສຸກ ເວລາ 8: 00 ນາທີ ຂອງວັນທີ 4 ມີນາ 2022 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມແຂວງສາລະວັນ ໄດ້ຈັດຈັດພິທີປະຖະກະຖາເຊື່ອມຊືມ ເລົ່າມູນເຊື້ອວັນສ້າງຕັ້ງ ແມ່ຍິງສາມກົນ ຄົບຮອບ 112 ປີ ( 8 ມີນາ 1910 – 8 ມີນາ 2022 ຂຶ້ນ ຢູ່ທີ່ສະໂມສອນພະແນກການເງິນແຂວງ ໃຫ້ກຽດບັນຍາຍເອກະສານໂດຍທ່ານ ສັກດາ ແກ້ວດວງສີ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຊີ່ງມີພະນັກງານຫຼັກແຫຼ່ງ ແລະ ສະມາຊີກແມ່ຍິງພາຍໃນພະແນກ ເຂົ້າຮ່ວມ.

         ໃນພິທີດັ່ງກ່າວ ທ່ານໄດ້ຍົກໃຫ້ເຫັນເຖີງມູນເຊື້ອຂອງແມ່ຍິງ ເຊີ່ງໄດ້ກຳເນີດເກີດຂຶ້ນ ໃນທາມກາງເສດຖະກິດຂອງພວກສັກດີນາ ແລະ ພວກນາຍທຶນຂະຫຍາຍຕົວ ເມື່ອອຸດສະຫະກຳຂອງພວກນາຍທຶນດັ່ງກ່າວຂະຫຍາຍຕົວ ແຕ່ຊໍາພັດໄດ້ເຮັດໃຫ້ເພີ່ມຄວາມທຸກຍາກໃຫ້ແກ່ຊາວຜູ້ອອກແຮງງານ ເປັນຕົ້ນແມ່ນແມ່ຍິງທີ່ຖີກກົດຂີ່ຂູດຮີດຢ່າງໜັກໜ່ວງ ເຮັດວຽກຫຼາຍຊົ່ວໂມງ ແຕ່ໄດ້ຮັບຄ່າແຮງງານຕ່ຳ ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບົບປ້ອງກັນສຸຂະພາບຂອງແມ່ຍິງ. ນອກນັ້ນ ແມ່ຍິງຍັງຖືກທຸບຕີ ແລະ ຖືກໄລ່ອອກວຽກໃນເວລາຖືພາ ຫຼື ເກີດລູກ ເວລາເຈັບເປັນກໍ່ບໍ່ໄດ້ຮັບການປີ່ນປົວ. ສະນັ້ນ ຕໍ່ໜ້າສະພາບການ ແລະ ຄວາມທຸກທໍລະມານດັ່ງກ່າວ ກຳມະກອນແມ່ຍິງຮູ້ສຶກຄຽດແຄ້ນຈຶ່ງລຸກຮືຂຶ້ນຕໍ່ສູ້ ໂດຍສະເພາະແມ່ນ ແມ່ຍິງຢູ່ໃນໂຮງງານຕ່ຳແຜນ ແລະ ຕັດຫຍີບ ຢູ່ເມືອງນິວຢອກ ສະຫະລັດອາເມລິການ ໄດ້ມີການໂຮມຊຸມນຸມປະທ້ວງໃຫ້ພວກນາຍທຶນຫຼຸດຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາການກົດຂູດຮີດແຮງງານຂອງແມ່ຍິງ ແລະ ເດັກນ້ອຍ ແລະ ອື່ນໆ. ມາຮອດປີ 1910 ຂະບວນການຕໍ່ສູ້ຂອງແມ່ຍິງ ໄດ້ແຜ່ຂະຫຍາຍອອກໄປສູ່ປະເທດນາຍທຶນ ໃນທະວີບຢູໂລບ ແລະ ໃນປີນັ້ນເອງ ກອງປະຊຸມສາກົນກ່ຽວກັບແມ່ຍິງຄັ້ງທຳອິດ ໄດ້ຈັດຂຶ້ນຢູ່ທີ່ນະຄອນຫຼວງໂກເວັນຮາດ ປະເທດເດນມາກ ໄດ້ຮັບຮອງ ແລະ ຕົກລົງເອົາວັນທີ 8 ມີນາ ຂອງທຸກໆປີ ເປັນວັນແມ່ຍິງສາກົນ. ທັງນີ້ ກໍ່ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ, ພະນັກງານສະມາຊີກພັກ ແລະ ພະນັກງານລັດຖະກອນ ພາຍໃນພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຮັບຮູ້ ເຂົ້າໃຈມູນເຊື້ອຂອງແມ່ຍິງ ແລະ ພ້ອມກັນຮັກສາມູນເຊື້ອຂອງວັນໄດ້ກ່າວໃຫ້ໝັ້ນຄົງ.