ໃນຕອນເຊົ້າວັນສຸກ ເວລາ 9: 30 ນາທີ ຂອງວັນທີ 4 ມີນາ 2022 ນີ້, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ໄດ້ຈັດຈັດພິທີປະກາດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ພາຍໃຕ້ການເປັນປະທານຂອງທ່ານ ແຫວນເພັດ ລັດດາວົງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ເຊີ່ງມີຕ່າງໜ້າ 9 ພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານສະມາຊີກພັກພາຍໃນພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຂົ້່າຮ່ວມ.

       ຫຼັງຈາກ ເຄົາລົບທຸງຊາດ ທ່ານ ດາວັນ ຄຳນວນວິຈິດ ຄະນະໜ່ວຍພັກ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຂຶ້ນຜ່ານບົດສະຫລຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂວງ, ໜັກແໜ້ນ ຄັ້ງທີ່ 2 ປະຈຳປີ 2022. ຫຼັງຈາກສີ້ນສຸດການຜ່ານບົດສະຫຼຸບແລ້ວ ທ່ານ ເພັດສະໝອນ ພາສີ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ໃນການຢັ້ງຢືນໜ່ວຍພັກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຜ່ານມະຕິຕົກລົງບົງຕົວຄະນະໜ່ວຍພັກພະແນກ ຊສ. ຈາກນັ້ນ ທ່ານ ແຫວນເພັດ ລັດດາວົງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ກໍ່ໄດ້ຂຶ້ນມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ແກ່ໜ່ວຍພັກພະແນກ ຊສ ແລະ ໃນພິທີດັ່ງກ່າວ ທ່ານ ສັກດາ ແກ້ວດວງສີ ກໍ່ໄດ້ຂຶ້ນມອບບັດແດງໃຫ້ແກ່ສະມາຊີກພັກສົມບູນ ທີ່ໄດ້ຮັບການຝືກຝົນຫຼໍ່ຫຼ່ອມ ຕາມລະບຽບຂອງພັກປະຊາຊົນປະຕິວັດລາວ. ສຸດທ້າຍ ທ່ານມີຄຳເຫັນໂອ້ລົມ ຊີ້ນຳໜ່ວຍພັກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ເຕົ້າໂຮມຄວາມສາມັກຄີໃຫ້ເປັນປືກແຜ່ນແໜ້ນໜາ ແລະ ດຳເນີນການເມືອງແນວຄິດໃຫ້ແກ່ພະນັກງານລັດຖະກອນ, ສະມາຊີກພັກ ໃຫ້ມີຄວາມອຸ່ນອຽງທຸ່ນທ່ຽງ, ເຊື້ອໝັ້ນຕໍ່ການນຳພາຂອງພັກ.