ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ຈັດພິທີປະຖະກະຖາວັນສຳຄັນຕ່າງໆ
ໃນຕອນເຊົ້າວັນຈັນ ເວລາ 8: 00 ນາທີ ຂອງວັນທີ 26 ກໍລະກົດ 2021 ນີ້, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ໄດ້ຈັດຈັດພິທີປະຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງພັກຄອມມຸນິດ ຈີນ ຄົບຮອບ 100 ປີ ( 1920 – 2021 ), ວັນຄ້າຍວັນເກີດປະທານສຸພານຸວົງ ຄົບຮອບ 112 ປີ ( 1909 - 2021 ), ວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ຄົບຮອບ 66 ປີ ( 1955 – 2021 ), ຕິດພັນກັບການເຊື່ອມຊືມ ແລະ ຜັນຂະຫຍາຍກົດໝາຍວ່າດ້ວຍ ການຕ້ານການສໍ້ລາດ - ບັງຫຼວງ ( ສະບັບປັບປຸງ).
Read more: ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ຈັດພິທີປະຖະກະຖາວັນສຳຄັນຕ່າງໆ
ກອງປະຊຸມ ປືກສາຫາລື ກ່ຽວກັບວຽກງານຄຸ້ມຄອງໂຄງການ
ໃນຕອນເຊົ້າຂອງວັນທີ 20 ກໍລະກົດ 2021 ເວລາ 8: 00 ນາທີ ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຂອງພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ໄດ້ຈັດກອງປະຊຸມປືກສາຫາລື ກ່ຽວກັບ ວຽກງານການຄຸ້ມຄອງໂຄງການ ໂດຍທີມກອງເລຂາຄະນະກຳມະການແມ່ນໍ້າຂອງແຫ່ງຊາດ ກະຊວງ ຊສ, ກົມແຜນການ ແລະ ການຮ່ວມມື ກະຊວງ ຊສ, ຄະນະຮັບຜິດຊອບໂຄງການສ້າງຄວາມສາມາດ ໃນການຄຸ້ມຄອງໃຫ້ແກ່ຄະນະກຳມະການແມ່ນໍ້າຂອງແຫ່ງຊາດ ແລະ ກົມເສດຖະກິດ ກະຊວງການຕ່າງປະເທດ ລົງເຮັດວຽກຮ່ວມກັບພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ
ການນຳພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປ່ອຍສັດນໍ້າ-ສັດປ່າ ຢູ່ທີ່ບ້ານໜອງໃສ ເມືອງ ແລະ ແຂວງສາລະວັນ
ໃນຕອນບ່າຍຂອງວັນທີ 13 ກໍລະກົດ 2021 ນີ້, ທ່ານ ສຸພະໄຊ ບຸນຍົງ ຮອງຫົວໜ້າພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນປ່ອຍສັດນໍ້າ-ສັດປ່າ ຢູ່ທີ່ບ້ານໜອງໃສ ເມືອງ ແລະ ແຂວງສາລະວັນ
Read more: ການນຳພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ເຂົ້າຮ່ວມ ພິທີສະເຫຼີມສະຫຼອງ...
Page 4 of 19