3 ອົງການຈັດຕັ້ງມະຫາຊົນ ພະແນກ ຊສ ສາລະວັນ ຮ່ວມຂະບວນການອອກແຮງງານຕ້ອນຮັບວັນສຳຄັນຕ່າງໆ
ໃນຕອນເຊົ້າຂອງວັນທີ 30 ຕຸລາ 2020 ນີ້ 3 ອົງການຈັດຕັ້ງມະຫາຊົນພະແນກຊັບພະຍາ ກອນທຳມະຊາດ ແລະສິ່ງແວດລ້ອມ ແຂວງສາລະວັນເຊີ່ງປະກອບມີ ອົງການຈັດຕັ້ງກຳມະບານ,ຊາວໜຸ່ມແລະ ອົງການຈັດຕັ້ງແມ່ຍິງ ເກືອບ 30 ສະຫາຍ,ໄດ້ຮ່ວມ ກັບ ພະແນກການອ້ອມຂ້າງແຂວງ ສາໝັກຄີກັນອອກແຮງງານ
Read more: 3 ອົງການຈັດຕັ້ງມະຫາຊົນ ພະແນກ ຊສ ສາລະວັນ ຮ່ວມຂະບວນການອອກແຮງງານຕ້ອນຮັບວັນສຳຄັນຕ່າງໆ
ພຊສ ສາລະວັນ ຮ່ວມ ປະເມີນ ການນຳໃຊ້ງົບປະມານ ປະຈຳປີ 2020 ກັບ ພະແນກການເງີນ ແຂວງສາລະວັນ
ໃນຕອນເຊົ້າຂອງວັນທີ 27 ຕຸລາ 2020,ຢູ່ທີ່ຫ້ອງປະຊຸມຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ,ໄດ້ຈັດກອງປະຊຸມຮ່ວມກັນລະຫ່ວາງພະນັກງານວິຊາການຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພະແນກການເງີນປະຈຳແຂວງສາລະວັນຂື້ນເພື່ອປະເມີນຄືນການນຳໃຊ້ງົບປະມານປະຈຳປີພາຍໃຕ້ການເປັນປະທານ ຂອງທ່ານ ສົມພອນ ແສງສຸລິຈັນ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມແຂວງສາລະວັນ,
Read more: ພຊສ ສາລະວັນ ຮ່ວມ ປະເມີນ ການນຳໃຊ້ງົບປະມານ ປະຈຳປີ 2020 ກັບ ພະແນກການເງີນ ແຂວງສາລະວັນ
ຄະນະພະແນກ ຊສ ສາລະວັນ ຮ່ວມຕິດຕາມຄຸນນະພາບນ້ຳເຂດອ່າງຮັບນ້ຳເຊໂດນ
ໃນຕອນເຊົ້າຂອງວັນທີ28 ຕຸລາ 2020 ນີ້ ທ່ານ ສຸພະໄຊ ບຸນຍົງ ຮອງຫົວໜ້າພະ ແນກຊັບພະຍາກອນທຳມະຊາດແລະ ສິ່ງແວດ ລ້ອມ ແຂວງສາລະວັນ,ຮ່ວມກັບຂະແໜງຊັບພະຍາກອນນ້ຳ ອຸຕຸນິຍົມອຸທົກກະສາດ, ພະນັກງານວິຊາການ ຫ້ອງການຊັບ ພະຍາ ກອນທຳມະ ຊາດແລະສິ່ງແວດລ້ອມເມືອງ 6 ຕົວເມືອງ,ເພື່ອເຄື່ອນໄຫວວັດແທກ,ກວດກາຄຸນນະພາບນ້ຳເຊໂດນ,ສາຍນ້ຳສາຂາ ເຂດ ອ່າງຮັບ ນ້ຳ ເຊໂດນ, ເຊລະນອງ,ເຊໂປນ,ເຊບັ້ງຫຽງ,ໃນຂັ້ນເບື້ອງຕົ້ນ ຈຳນວນ 10 ຈຸດ ຂອງ 6 ຕົວເມືອງ,ໃນນັ້ນມີເມືອງ ສາລະວັນ 4 ຈຸດ,ເມືອງ ວາປີ 1 ຈຸດ,ເມືອງຄົງເຊໂດນ 1 ຈຸດ,ເມືອງເລົ່າງາມ 1 ຈຸດ,ຕະໂອ້ຍ 2 ຈຸດ ແລະ ເມືອງສະໝ້ວຍ 1 ຈຸດ, ເຊີ່ງໃນ ແຕ່ລະ ຈຸດແມ່ນໄດ້ເຮັດ ການກວດກາວັດແທກ ຄຸນນະພາບນ້ຳກັບທີ່, ເກັບຕົວຢ່າງນ້ຳສົ່ງຫ້ອງ ທົດລອງ,ເພື່ອຕິດຕາມກວດກາ ວັດແທກ ຄຸນ ນະພາບ ນ້ຳໃນ ເຂດທີ່ມີຄວາມສ່ຽງຈາກແຫຼ່ງມົນລະພິດຕ່າງໆໃນບັນດາສາຍນ້ຳຫຼັກ , ສາຍນ້ຳສາຂາ,ເຝົ້າລະວັງຄຸນນະພາບນ້ຳໃນທົ່ວແຂວງສາລະວັນ,ເຊີ່ງໃນຜ່ານມາມີບາງຈຸດແມ່ນມີຄ່າມາດຕະຖານເກີນຄຸນນະພາບນ້ຳໜ້າດິນ ແຕ່ຍັງມີຄ່າຄວາມເຂັ້ມຂອງ ມົນລະພິດ ທີຕ່ຳກ່ວາ ມາດຕະ ຖານ ສິ່ງແວດລ້ອມແຫ່ງຊາດກຳນົດໄວ້ ແລະຍັງບໍ່ສົ່ງຜົນກະທົບຕໍ່ສິ່ງທີ່ມີຊີວິດໃນໜ້ານ້ຳເຂດດັ່ງກ່າວ.
Read more: ຄະນະພະແນກ ຊສ ສາລະວັນ ຮ່ວມຕິດຕາມຄຸນນະພາບນ້ຳເຂດອ່າງຮັບນ້ຳເຊໂດນ
ພຊສ ສາະວັນ ຈັດກອງປະຊຸມຜ່ານຮ່າງແຜນການຄຸ້ມຄອງອ່າງຮັບນ້ຳຫ້ວຍປາໄອ່,ຮ່າງລະບຽບເຂດຍອດນໍ້າທີ່ນອນໃນເຂດ ເມືອງ ແລະ ແຂວງສາລະວັນ
ໃນຕອນເຊົ້າຂອງ ວັນທີ 22 ຕຸລາ 2020 ທີ່ຫ້ອງປະຊຸມຂອງຫ້ອງການ ແຜນການເມືອງສາລະວັນ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວວລ້ອມ ແຂວງສາລະວັນ ໄດ້ຈັດກອງປະຊຸມ ຜ່ານຮ່າງແຜນການຄຸ້ມຄອງອ່າງຮັບນ້ຳຫ້ວຍປາໄອ່ ແລະ ຮ່າງລະບຽບເຂດຍອດນໍ້າ,ໂດຍໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ບຸນສາ ຄ່ຽມມະນີຂັນໄຊ ຮອງເຈົ້າເມືອງ ເມືອງສາລະວັນ,ທ່ານ ສຸພະໄຊ ບຸນຍົງ ຮອງຫົວໜ້າພະແນກ ຊັບພະຍາກອນແລະສີ່ງແວດລ້ອມປະຈໍາແຂວງສາລະວັນ,
Page 9 of 19