ມອບ-ຮັບ ອຸປະກອນໄອທີ ລະຫວ່າງ ພຊສ ສາລະວັນ ກັບ ທີມງານສູນກາງ
ໃນຕອນເຊົ້າ ຂອງວັນທີ 24 ທັນວາ 2020 ຄະນະທີມງານສູນກາງຈາກກົມຊັບພະຍາພະຍາກອນນໍ້າ ແລະ ອຸຕຸນິຍົມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລົງມາມອບເຄື່ອງມືອຸປະກອນ ໄອທີ ພ້ອມທັງ ແນະນຳການຕິດຕັ້ງອຸປະກອນ, ໃຫ້ແກ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ,ໃຫ້ກຽດເຂົ້າຮ່ວມໃນການມອບ-ຮັບຄັ້ງນີ້ໂດຍ ທ່ານ ສັກດາ ແກ້ວດວງສີ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຜູ້ຮັບ,
Read more: ມອບ-ຮັບ ອຸປະກອນໄອທີ ລະຫວ່າງ ພຊສ ສາລະວັນ ກັບ ທີມງານສູນກາງ
ພຊສ ສາະວັນ ຮ່ວມເປີດກອງປະຊຸມຜ່ານແຜນຄຸ້ມຄອງອ່າງຮັບນ້ຳເຊໂດນ
ໃນຕອນເຊົ້າ ເວລາ 8 ໂມງ 30 ຂອງວັນທີ 24 ທັນວາ 2020 ທີ່ຜ່ານມາ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ, ກົມຄຸ້ມຄອງຊັບພະຍາກອນນໍ້າ ໄດ້ຈັດກອງປະຊຸມຜ່ານແຜນຄຸ້ມຄອງອ່າງຮັບນໍ້າເຊໂດນຂື້ນ ຢູ່ທີ່ຫ້ອງ ປະຊຸມສະຫາພັນນັກຮົບເກົ່າ ແຂວງສາລະວັນ,ພາຍໃຕ້ການເປັນປະທານຂອງ ທ່ານ ສຸພະໄຊ ບຸນຍົງ ຮອງຫົວໜ້າພະແນກ ຊັບພະຍາກອນ ແລະ ສີ່ງແວດລ້ອມ ປະຈຳແຂວງ ສາລະວັນ,ໃຫ້ກຽດ ເປັນປະທານ ຮ່ວມຂອງ ທ່ານ ກິຄຳ ມະນິວົງ ຮອງຫົວໜ້າກົມຊັບພະຍາກອນນໍ້າ,ພ້ອມດ້ວຍທີມງານທີ່ມາຈາກສູນກາງ,ພະແນກການ ອ້ອມຂ້າງແຂວງ ແລະ ຂະແໜງການທີ່ຂຶ້ນກັບ ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ຈຳນວນ 23 ທ່ານ ໃນນັ້ນມາຈາກສູນກາງ 4 ທ່ານ,
Read more: ພຊສ ສາະວັນ ຮ່ວມເປີດກອງປະຊຸມຜ່ານແຜນຄຸ້ມຄອງອ່າງຮັບນ້ຳເຊໂດນ
ຫ້ອງການ ຊສ ເມືອງຕຸ້ມລານ ສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2020 ແລະວາງທິດທາງແຜນການສືບຕໍ່ວຽກງານໃນ ຊຸມປີຕໍ່ໜ້າ
ໃນຕອນເຊົ້າຂອງວັນທີ 8 ທັນວາ 2020 ນີ້ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງຕຸ້ມລານ,ຫ້ອງການຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ,ເມືອງຕຸ້ມລານໄດ້ຈັດປະຊຸມເພື່ອສະຫຼູບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ປະຈຳປີ 2020 ແລະ ວາງທິດທາງແຜນການປະຈຳປີ 2021 ຂຶ້ນ ຢ່າງເປັນທາງການ,ພາຍ ໄຕ້ການເປັນ ປະທານຮ່ວມຂອງ ທ່ານ ບົວແກ້ວ ວົງຄຳຈັນ ຮອງເລຂາພັກເມືອງຕຸ້ມລານ, ທ່ານ ສຸພະໄຊ ບຸນຍົງ ຮອງຫົວໜ້າພະແນກ ຊັບພະຍາ ກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ,ພ້ອມນັ້ນມີຫົວໜ້າ ຂະແໜງ, ຮອງຂະ ແໜງ, ພະນັກງານ ວິຊາການ ຈາກພະແນກ ຊສ ແຂວງ,
ຄະນະພະແນກ ຊສ ສາລະວັນ ຊຸກຍູ້ ວຽກງານ ອອກໃບຕາດິນ ແລະ ວຽກເກັບລາຍຮັບ ຢູ່ 2 ບ້ານ ຄື:ບ້ານສາວແຫວ່ນ ແລະ ບ້ານໄຊຊະນະສົມບູນ ເມືອງລະຄອນເພັງ
ໃນຕົ້ນເດືອນພະຈິກ ປີ2020 ທີ່ຜ່ານມານີ້ ທ່ານ ສຸພະໄຊ ບຸນຍົງ ຮອງຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ,ທ່ານ ສອນທອງ ບຸນວິໄລ ຮອງຫົວໜ້າ ຫ້ອງການ ຊສເມືອງ,ພ້ອມທັງພະນັກງານວິຊາການ ແລະ ອົງການຈັດຕັ້ງບ້ານ ຮ່ວມກັນລົງເຄື່ອນໄຫວຊຸກຍູ້ວຽກງານອອກໃບຕາດິນ,ວຽກງານສ້າງຖານສຳມະໂນທີ່ດິນ ແລະ ວຽກງານເກັບລາຍຮັບຄ່າທຳນຽມ ແລະ ຄ່າບໍລິການ ໃນ 2 ບ້ານ ຄື: ບ້ານ ສາວແຫ່ວນ ແລະ ບ້ານ ໄຊຊະນະສົມບູນ ເມືອງລະຄອນເພັງ ແຂວງສາລະວັນ
ຄະນະພະແນກ ຊສ ສາລະວັນ ຊຸກຍູ້ ວຽກງານ ອອກໃບຕາດິນ,ວຽກງານສ້າງຖານສຳມະໂນທີ່ດິນ ແລະ ວຽກເກັບລາຍຮັບຄ່າທຳນຽມ ແລະ ຄ່າບໍລິການ ໃນ 2 ບ້ານຢູ່ເມືອງຄົງເຊໂດນ
ໃນຕົ້ນເດືອນ ພະຈິກ ປີ2020 ທີ່ຜ່ານມານີ້ ທ່ານ ສຸພະໄຊ ບຸນຍົງ ຮອງຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ,ທ່ານ ໄຊຍະກອນ ແກ້ວພິລາວັນ ຫົວໜ້າ ຫ້ອງການ ຊສເມືອງ,ພ້ອມທັງພະນັກງານວິຊາການ ແລະ ອົງການຈັດຕັ້ງບ້ານ ຮ່ວມກັນລົງເຄື່ອນໄຫວຊຸກຍູ້ວຽກງານອອກໃບຕາດິນ,ວຽກງານສ້າງຖານສຳມະໂນທີ່ດິນ ແລະ ວຽກງານເກັບລາຍຮັບຄ່າທຳນຽມ ແລະ ຄ່າບໍລິການ ໃນ 2 ບ້ານ ຄື: ບ້ານ ຕານປ່ຽວ ແລະ ບ້ານ ນາສະດອງ ເມືອງຄົງເຊໂດນ ແຂວງສາລະວັນ
Page 2 of 13