ໃນຕອນບ່າຍຂອງວັນທີ 13 ກໍລະກົດ 2021 ນີ້, ທ່ານ ສຸພະໄຊ ບຸນຍົງ ຮອງຫົວໜ້າພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນປ່ອຍສັດນໍ້າ-ສັດປ່າ ຢູ່ທີ່ບ້ານໜອງໃສ ເມືອງ ແລະ ແຂວງສາລະວັນ

ຮ່ວມກັບທ່ານການນຳຂັ້ນສູງຂອງແຂວງ ເພື່ອເປັນການຟື້ນຟູ ຄວາມອຸດົມສົມບູນຄືນໃຫ້ແກ່ທຳມະຊາດ. ສໍາລັບ ສັດນ້ຳ - ສັດປ່າ ທີ່ນຳມາປ່ວຍປີນີ້ແມ່ນມີປະເພດປາ ແລະ ນົກ ຫຼາຍຊະນິດ ທີ່ນຳກັບຄືນສູ່ທຳມະຊາດ ໃຫ້ມີຄວາມຍືນຍົງ.