ໃນຕອນເຊົ້າຂອງວັນທີ 25 ກໍລະກົດ 2021 ທ່ານ ມະໂນຫວັງ ພົງອຸດົມ ຮອງຫົວໜ້າພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມແຂວງ ພ້ອມດ້ວຍວິຊາການຂະແໜງສິ່ງແວດລ້ອມ, ນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຮ່ວມກັບຄະນະນຳຂອງແຂວງ ນຳໂດຍທ່ານ ແຫວນເພັດ ລັດດາວົງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ເຊີ່ງປະກອບມີຫ້ອງວ່າການແຂວງ, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ພະແນກກະສິກຳ ແລະະ ປ່າໄມ້ແຂວງ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້, ກະກຽມເຝົ້າລະວັງ ແລະ ຕອບໂຕ້ກັບໄພນໍ້າຖ້ວມ ຢູ່ 2 ເມືອງຄື: ເມືອງວາປີ ແລະ ເມືອງຄົງເຊໂດນ ທີ່ໄດ້ຮັບອິດທິພົນຈາກພາຍຸເຈີມປາກາ ທີ່ພັດດຜ່ານແຂວງສາລະວັນ.

        ໃນການຕິດຕາມ ແລະ ການເຝົ້າລະວັງ ໃນຄັ້ງນີ້ເຫັນວ່າ ຄະນະພັກ - ອົງການປົກຄອງເມືອງ 2 ເມືອງ ໄດ້ເອົາໃສ່ໃນການກະກຽມຄວາມພ້ອມໃນການເຝົ້າລະວັງ ເພື່ອຮັບມື ແລະ ຕອບໂຕ້ຕໍ່ກັບໄພພິບັດໃນຄັ້ງນີ້ເຊັ່ນ:

  1. ໄດ້ມີການແຈ້ງການເຖີງປະຊາຊົນ ໃນພື້ນທີທີ່ມີຄວາມສ່ຽງທີ່່ຈະຖືກນໍ້າຖ້ວມ ໃຫ້ມີສະຕິເຝົ້າລະວັງ, ກະກຽມການຍົກຍ້າຍ, ມ້ຽນມັດວັດຖຸສິງຂອງທີ່ມີຄ່າ, ຍົກຍ້າຍສັດລ້ຽງ ໄປໄວ້ບ່ອນທີ່ສູງ ແລະ ປອດໄພ.
  2. ອົງການປົກຄອງເມືອງ ໄດ້ມີການແບ່ງຄວາມຮັບຜິດຊອບ ພາຍໃນຄະນະນຳຂອງເມືອງ ໃນການຊີ້ນຳແຕ່ລະຈຸດທີ່ມີຄວາມສ່ຽງ, ກະກຽມຄວາມພ້ອມໃນ 2 ກຳລັງ ລົງປະຈຳແຕ່ລະຈຸດ ພ້ອມທັງກຽມພາຫະນະ ( ລົດ, ເຮືອ) ແລະ ໄດກຳນົດເອົາຫ້ອງວ່າການເມືອງເປັນສູນບັນຊາການລວມ.
  3. ແຈ້ງໃຫ້ປະຊາຊົນ ກະກຽມອາຫານສຳຮອງໄວ້ ( ເຂົ້າສານ ) ຢ່າງໜ້ອຍ 20 ກິໂລ.