ໃນອາທິດທີ່ຜ່ານມານີ້ພະແນກຊັບພະຍາກອນທຳມະຊາດ ແລະສິງແວດລ້ອມ ແຂວງໄດ້ຈັດພິທີປະກາດເປັນພະແນກສຳນັກງານແບບຢ່າງທາງດ້ານວັດທະນາທຳຂື້ນໂດຍເປັນກຽດເຂົ້າຮ່ວມຂອງທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງໆສາລະວັນ, ມີຕ່າງໜ້າຈາກພະແນກການຕ່າງໆ ແລະພະນັກງານລັດຖະກອນສຳມະຊິກພັກພາຍໃນພະແນກເຂົ້າຮ່ວມ


ທ່ານ ອຸນເຮືອນ ລືສີສະໝຸດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະສິງແວດລ້ອມ ແຂວງກໍ່ໄດ້ຂື້ນຜ່ານບົດສະຫຼຸບຕີລາຄາປະເມີນການກໍ່ສ້າງສຳນັກງານແບບຢ່າງດ້ານວັດທະນຳ, ຂັ້ນຕອນການເຄື່ອນໃຫວ ແລະວິທີຈັດຕັ້ງປະຕິບັດນີ້, ແມ່ນປະຕິບັດຕາມ 7 ຂັ້ນຕອນ ແລະ 5 ມາດຖານໃນການກໍ່ສ້າງສຳນັກງານແບບຢ່າງດ້ານວັດທະນຳຄື: ສຳນັກງານຕ້ອງປະຕິບັດລະບຽບລັດຖະກອນຂອງຕົນຢ່າງເຂັ້ມງວດ, ມີການເຄື່ອນໃຫວກິດຈະກຳຕ່າງໆທາງດ້ານວັດທະນະທຳ, ສຳນັກງານຕ້ອງມີຄວາມສາມະຄີຮັກແພງກັນຢ່າງແໜ້ນແຟນ ແລະຊ່ວຍເຫຼືອກັນດ້ວຍຄວາມຈິ່ງໃຈ, ປະຕິບັດນະໂຍບາຍອ້າຍ, ເອື້ອຍນ້ອງຖືກຕ້ອງເໜາະສົມ ແລະເຄື່ອນໃຫວວິຊາສະເພາະ, ວິຊາການທີ່ມີປະສິດທິຜົນສູງ, ພະແນກຊັບພະຍາກອນທຳມະຊາດ ແລະສິງແວດລ້ອມນີ້, ມີສາຍຕັ້ງຂື້ນກັບກະຊວງຊັບພະຍາກອນທຳມະຊາດ ແລະສິງແວດລ້ອມ, ສາຍຂວງຂື້ນກັບອຳນາດການປົກຄອງແຂວງ, ມີໜ້າທີ່ປະຕິບັດຕາມມະຕິ, ຄຳສັງຂອງສູນກາງພັກ ແລະອຳນາດການປົກຄອງແຂວງ, ພ້ອມທັງຊີ້ນໍາໆພາຕາມພາລະບົດບາດຄວາມຮັບຜິດຊອບຂອງຕົນ, ເປັນຕົ້ນກໍ່ແມ່ນສຶກສາອົບຮົມການເມືອງແນວຄິດ ແລະອື່ນໆ, ພະແນກຊັບພະຍາກອນທຳມະຊາດ ແລະສິງແວດລ້ອມມີຈຳນວນພົນທັງໝົດ 148 ສະຫາຍ, ຍິງ 41 ສະຫາຍ, ຂັ້ນແຂວງມີ 53 ສະຫາຍ, ຍິງ 16 ສະຫາຍ ແລະຂັ້ນເມືອງມີ 95 ສະຫາຍ, ຍິງ 25 ສະຫາຍ, 
ທິດທາງຕໍ່ໜ້າສຶບຕໍ່ສຶກສາອົບຮົມການເມືອງແນວຄິດ, ນຳພາການຈັດຕັ້ງຂອງຕົ້ນໃຫ້ມີຄວາມເຂັ້ມແຂງ, ເອົາໃຈໃສ່ເຊືອມຊືມເອກະສານ, ມະຕິ, ຄຳສັງ ແລະລະບຽບການຕ່າງໆຂອງພັກ-ລັດວາງອອກ, ປັບປຸງດ້ານການຄຸ້ມຄອງນຳພາ, ດ້ານວິຊາການ, ແບບແຜນວິທີການເຮັດວຽກໃຫ້ມີຄຸນນະພາບດີຂື້ນ, ສືບຕໍ່ຊີ້ນນຳໆພາວຽກງານສຳນັກງານຕົວແບບດ້ານວັດທະນະທຳ ແລະພັດທະນາເຊິ່ງເປັນກຳລັງແຮງເຮັດໃຫ້ເສດຖະກິດ-ວັດທະນະທຳ ແລະສັງຄົມໃຫຂະຫຍາຍຕົວໄວ, ຈາກນັ້ນທ່ານ ວິຊຽນ ນະວິກຸນ ຮອງເຈົ້ນແຂວງໆສາລະວັນ ກໍ່ໄດ້ໃຫ້ກຽດຂື້ນມອບໃບຢັ້ງຢືນສຳນັກງານຕົວແບບທາງດ້ານວັດທະນະທຳ, ພ້ອມດ້ວຍຕັດແຖບຜ້າ, ເປີດແຜນປ້າຍ ແລະລັ່ນຄ້ອງ, ເປັນກຽດຮັບໂດຍທ່ານ ອຸນເຮືອນ ລືສີສະໝຸດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະສິງແວດລ້ອມ ແຂວງສາລະວັນ