ໃນຕອນເຊົ້າວັນທີ 11 ກຸມພາ 2019  ພະແນກຊັບພະຍາກອນທໍາມະຊາດ ໃດ້ເປີດກອງປະຊຸມສໍາມະນາແລກປ່ຽນບົດຮຽນວຽກງານຫຼຸດຜ່ອນຄວາມສ່ຽງໄພພິບັດ ທຳມະຊາດ ຂອງແຂວງສາລະວັນ  ທີ່ຫ້ອງປະຊຸມຂອງ ພຊສ ແຂວງ   ໂດຍການເປັນປະທານຂອງ  ສັງຂານ ທ່ຽງທໍາມະວົງ ຫົວໜ້າກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດໃຫ້ກຽດເປັນປະທານຮ່ວມໂດຍທ່ານ ສັກດາ ແກ້ວດວງສີ ຮອງຫົວໜ້າ ພຊສ ແຂວງສາລະວັນ ເຊິ່ງມີ ຫົວໜ້າ 8 ຂະແໜງ ທີ່ຂື້ນກັບ ພຊສ, ຫົວໜ້າຫ້ອງການ ຊສ 6 ຕົວເມືອງ ,

ທີ່ໄດ້ຮັບການຈັດຕັ້ງປະຕິບັດ ເຊິ່ງມີເຂົ້າຮ່ວມທັງໜົດຈຳນວນ 23 ທ່ານ, ຍິງ 5 ທ່ານ , ກອງປະຊຸມໄດ້ອ່ານຜ່ານສະພາບຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດໃນ 3 ປີຜ່ານມາ 2017, 2018, 2019 ໂດຍສະເພາະແມ່ນໄພນ້ຳຖ້ວມ ແລະ  ແຫ້ງແລ້ງ ທີ່ເກີດຂື້ນຢູ່ໃນແຂວງສາລະວັນ, ພ້ອມທັງຫາວິທີປ້ອງກັນ,ຕອບໂຕ້ ແລະ ບັນເທົາທຸກ ໃນຕໍ່ໜ້າ ກ່ຽວກັບການປ່ຽນດິນຟ້າອາກາດ ແລະ ແຜນຕໍ່ໜ້າ ແລະ ໄດ້ແຈກຢາຍເອກະສານຫົວຂໍ້ການສຳມະນາແລກປ່ຽນບົດຮຽນ ເພື່ອສະດວກໃນການຕິດຕາມຕໍ່ການສຳມະນາມາຮອດ ເວລາ 3:30ໂມງ ຂອງວັນດຽວກັນ ກອງປະຊຸມສຳມະນາແລກປ່ຽນບົດຮຽນວຽກງານຫຼຸດຜ່ອນຄວາມສ່ຽງໄພພິບັດ ທຳມະຊາດ ກໍ່ໃດ້ປິດລົງຢ່າງຈົບງາມ.