ໃນຕອນເຊົ້າ ຂອງວັນທີ 19 ມິນາ 2020 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ ຮ່ວມກັບກົມຄວບຄຸມມົນລະພິດ, ກຊສ ໄດ້ຈັດກອງປະຊຸມປືກສາຫາລື ແລະ ເກັບກຳຂໍ້ມູນ ກ່ຽວກັບການຄຸ້ມຄອງເຄມີເປັນພິດ ແລະ ສິ່ງເສດເຫລືອອັນຕະລາຍ ,ທີ່ຫ້ອງປະຊຸມຂອງ ພຊສ ແຂວງ ໂດຍການເປັນປະທານຂອງ ທ່ານ ສັກດາ ແກ້ວດວງສີ ຮັກສາການຫົວໜ້າ ພຊສ ແຂວງສາລະວັນ ,ເຊິ່ງມີ ຫົວໜ້າ 8 ຂະແໜງ ທີ່ຂື້ນກັບ ພຊສ, ຕາງໜ້າພະແນກການອ້ອມຂ້າງທີ່ກ່ຽວຂ້ອງ,ທີ່ໄດ້ຮັບການຈັດຕັ້ງປະຕິບັດ ,ເຂົ້າຮ່ວມທັງໜົດຈຳນວນ 13 ທ່ານ, ຍິງ 3 ທ່ານ ,

ກອງປະຊຸມໄດ້ອ່ານຜ່ານບົດສະຫຼຸບສະພາບຜົນກະທົບຈາກສານເຄມີເປັນພິດ ແລະ ສິ່ງເສດເຫຼືອອັນຕະລາຍ ພ້ອມທັງຜ່ານຮ່າງເກັບຂໍ້ມູນກ່ຽວກັບ ການຄຸ້ມຄອງເຄມີເປັນພິດ ແລະ ສິ່ງເສດເຫຼືອອັນຕະລາຍ ເພື່ອສະດວກໃນການເກັບກຳຂໍ້ມູນເຂົ້າແບບຟອມ,ຈາກນັ້ນກອງປະຊຸມກໍ່ໄດ້ປຶກສາຫາລື ແລະ ແລກປ່ຽນຂໍ້ມູນ ກ່ຽວກັບ ການຄຸ້ມຄອງສານເຄມີເປັນພິດ ແລະ ສິ່ງເສດເຫຼືອອັນຕະລາຍ ໃຫ້ໃດ້ຮັບປະສິດທິພາບຢ່າງສູງສຸດ.