ໃນຕອນເຊົ້າຂອງວັນທີ 23 ມີຖຸນາ 2021 ເວລາ 8: 00 ນາທີ ກົມຊັບພະຍາກອນນ້ຳ ໄດ້ຈັດກອງປະຊຸມຜ່ານ ບົດລາຍງານໂຄງການຄຸ້ມຄອງ ຕິດຕາມກວດກາຄຸນນະພາບນ້ຳ ທົ່ວປະເທດ ຢູ່ ສປປ ລາວ ໂດຍປະກອບມີ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 18 ແຂວງເຂົ້າຮ່ວມ. ໃນນັ້ນ, ພະແນກ ຊສ ແຂວງສາລະວັນ ໃຫ້ກຽດເປັນປະທານຂອງ  ທ່ານ ສຸພະໄຊ ບຸນຍົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ  ແລະ ປະກອບຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການຂອງຂະແໜງ ສິ່ງແວດລ້ອມ, ນໍ້າ, ອຸຕຸນິຍົມ ແລ ອຸທົກກະສາດ ເຂົ້າຮ່ວມທັງໝົດຈຳນວນ 07 ທ່ານ, ຍິງ 01 ທ່ານ.

        ໃນຄາບເຊົ້າປະຊຸມໄດ້ຜ່ານຮ່າງບົດລາຍງານໃຫ້ບັນດາພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມນະຄອນຫຼວງ/ແຂວງ ເພື່ອຮັບຊາບ ກ່ຽວກັບການຕິດຕາມກວດກາຄຸນນະພາບນໍ້າໃນໄລຍະຜ່ານມາ ແລະ ຄາບບ່າຍ ບັນດາພະແນກ ຊສ ນະຄອນຫຼວງ/ແຂວງ ໄດ້ປະກອບຄໍຳຄິດເຫັນໃສ່ຮ່າງບົດລາຍງານໃຫ້ມີຄວາມລະອຽດ ແລະ ເປັນເອກະພາບຮັບຮອງ ໃນດ້ານວິຊາການຂອງການຄຸ້ມຄອງ ຕິດຕາມກວດກາຄຸນນະພາບນໍ້າໃນທົ່ວປະເທດ.