ໃນຕອນເຊົ້າຂອງວັນທີ 18 ມີຖຸນາ 2021 ເວລາ 8: 00 ນາທີ ຢູ່ທີ່ຫ້ອງປະຊຸມຂອງພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ, ໄດ້ຈັດກອງປະຊຸມປືກສາຫາລື ການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດວຽກງານຈັດສັນທີ່ດິນພາຍໃຕ້ການເປັນປະທານຂອງ ທ່ານ ສຸພະໄຊ ບຸນຍົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມແຂວງສາລະວັນ ເຊີ່ງປະກອບມີບັນດາທ່ານຕ່າງໜ້າຈາກພະແນກກະສິກຳ ແລະ ປ່າໄມ້, ພະແນກ ຍທຂ, ພະແນກພະລັງງານ ແລະ ບໍ່ແຮ່, ພະແນກ ຖວທ, ກອງບັນຊາການປ້ອງກັນຊາດແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ຫົວໜ້າ ແລະ ຮອງຂະແໜງ ຂອງຂະແໜງການທີ່ກ່ຽວຂ້ອງຂອງ ພຊສ ແຂວງ ເຂົ້າຮ່ວມທັງໝົດຈຳນວນ 11 ທ່ານ.

        ທີ່ປະຊຸມໄດ້ປືກສາຫາລື ປະກອບຄໍຳຄິດເຫັນເປັນເອກະພາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມຕໍ່ກັບເນື້ອໃນໃສ່ຮ່າງຂໍ້ຕົກລົງຂອງທ່ານເຈົ້້າແຂວງ ວ່າດ້ວຍ: ການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ ແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວ້ດລ້ອມແບບຮອບດ້ານຂອງແຂວງສາລະວັນ ແລະ ຕ້ອງໄດ້ປັບປຸງບາງມາດຕາທີ່ເຫັນວ່າບໍ່ເໝາະສົມຕາມພາລະບົດບາດຂອງບັນດາພະແນກການທີ່ກ່ຽວຂ້ອງ ເພື່ອໃຫ້ຮັດກຸມໃນການປະຕິບັດໜ້າທີ່ວຽກງານໃຫ້ໄດ້ຮັບຜົນເປັນຢ່າງສູງ. ກອງປະຊຸມກໍ່ໄດ້ສີ້ນສຸດລົງໃນເວລາ 11:30 ຂອງວັນດຽວກັນ.