ໃນຕອນບ່າຍຂອງວັນທີ 17 ມິຖຸນາ 2021  ເວລາ 13:30 ນາທີ ຂະແໜງທີ່ດິນ ໄດ້ຈັດກອງປະຊຸມດຳເນີນການເມືອງແນວຄິດ ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຂອງພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ ພາຍໃຕ້ການເປັນປະທານຂອງທ່ານ ສຸພະໄຊ ບຸນຍົງ  ຮອງເລຂາໜ່ວຍພັກຫົວໜ້າພະແນກ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ຜູ້ຊີ້ນຳວຽກງານທີ່ດິນ ເຊີ່ງປະກອບມີສາມະຊິກພັກຂອງຈຸຂະແໜງທີ່ດິນ ເຂົ້າຮ່ວມທັງໝົດ 11 ທ່ານ, ຍິງ 02 ທ່ານ.

       ກອງປະຊຸມໄດ້ສະຫຼຸບລາຍງານການເຄື່ອນໄຫວຂອງຈຸພັກຂະແໜງທີ່ດິນໃນ 1 ເດືອນຜ່ານ, ຈາກນັ້ນ ສະມາຊີກພັກກໍ່ໄດ້ສ່ອງແສງເຊີ່ງກັນ ແລະ ກັນ ໃນການເຄື່ອນໄຫວວຽກງານຂອງຕົນ ຢ່າງເປັນກັນເອງ. ຈາກນັ້ນທ່ານປະທານກອງປະຊຸມໄດ້ເນັ້ນໃຫ້ສະມາຊີກພັກທຸກສະຫາຍ ຈົ່ງພ້ອມກັນສ້າງຜົນງານ ແລະ ປະຕິບັດໜ້າທີ່ໃຫ້ມີຄວາມກ້າວໜ້າ. ສຸດທ້າຍ ສະມາຊີກພັກແຕ່ລະສະຫາຍກໍ່ໄດ້ເສຍເງິນສະຕິປະຈຳເດືອນມິຖຸນາ.