ໃນຕອນເຊົ້າຂອງວັນທີ 17 ມິຖຸນາ 2021  ທ່ານ ມະໂນຫວັງ ພົງອຸດົມ ຮອງຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງ ພ້ອມທັງທີມງານຕິດຕາມກວດກາ ຂອງ ພຊສ ແຂວງ ສົມທົບກັບ ຄະນະຕິດຕາມກວດກາການກໍ່ສ້າງຂອງເມືອງສະໝ້ວຍ ໄດ້ລົງຕິດຕາມກວດກາການກໍ່ສ້າງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງສະໝ້ວຍ.

       ໂດຍປະຕິບັດຕາມແຜນການຕິດຕາມກວດກາການກໍ່ສ້າງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ເມືອງສະໝ້ວຍ ທີ່ເລີ່ມການກໍ່ສ້າງມາແຕ່ວັນທີ 10 ມັງກອນ 2021 ມາເຖີງປັດຈຸບັນ ແມ່ນເຫັນໄດ້ວ່າ ບໍລິສັດຜູ້ຮັບເໝົາ 70% ວັດສະດຸທີ່ນຳມາໃຊ້ໃນການກໍ່ສ້າງແມ່ນໄດ້ຜ່ານການກວດກາຈາກວິຊາການທີ່ກ່ຽວຂ້ອງຢ່າງລະອຽດ ແລະ ຖືກຕ້ອງຕາມມາດຖານເຕັກນີກທີ່ກຳນົດໄວ້.