ໃນວັນທີ 15 ມິຖຸນາ 2021  ທີ່ຫ້ອງປະຊຸມຊັນ 3 ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ແຂວງສາລະວັນ ຂະແໜງທີ່ດິນໄດ້ຈັດກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ວາງແຜນວຽກ 6 ເດືອນທ້າຍປີ 2021 ຂອງຂະແໜງຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານ ສຸພະໄຊ ບຸນຍົງ  ຮອງຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ຜູ້ຊີ້ນຳວຽກງານທີ່ດິນ ເຊີ່ງປະກອບມີທ່ານຮັກສາການຫົວໜ້າຂະແໜງການ ແລະ ພະນັກງານວິຊາການພາຍໃນຂະແໜງ ເຂົ້າຮ່ວມທັງໝົດ 11 ທ່ານ, ຍິງ 01 ທ່ານ.

 

     ກອງປະຊຸມໄດ້ມີການສະຫຼຸບລາຍງານການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະ 6 ເດືອນຜ່ານມາ ໂດຍສະເພາະການປັບປຸງວຽກງານພາຍໃນຂະແໜງການ, ການຕິດຕາມການອອກໃບຕາດິນຂອງເມືອງລະຄອນເພັງ ແລະ ການກວດກາກະກຽມຄວາມພ້ອມໃນການມອບວຽກງານເຊັນໃບຕາດິນໃຫ້ເມືອງເລົ່າງາມ. ຈາກນັ້ນ, ທ່ານປະທານກອງປະຊຸມ ໄດ້ເນັ້ນການນຳຂອງຂະແໜງຕ້ອງສ່ອງແສງລາຍງານໃຫ້ຂັ້ນເທີງຮັບຊາບທຸກໆວັນຈັນ ແລະ ໃຫ້ອ້າຍນ້ອງພະນັກງານ ຕ້ອງໄດ້ເອົາໃຈໃສ່ຕັ້ງໜ້າປະຕິບັດວຽກງານໃຫ້ບັນລຸເປົ້າໝາຍທີ່ວາງໄວ້. ຮອດເວລາ 11:30 ນາທີ ກອງປະຊຸມກໍ່ໄດ້ສີ້ນສຸດລົງຢ່າງໄດ້ຮັບຜົນດີ.