ໃນວັນທີ 15 ມິຖຸນາ 2021  ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງສາລະວັນ ໄດ້ຈັດພິທີປະກາດ ການຍົກຍ້າຍພະນັກງານ-ລັດຖະກອນຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງໄປປະຈຳການຢູ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງສາລະວັນ ຢູ່ທີ່ຫ້ອງປະຊຸມຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງສາລະວັນ ພາຍໃຕ້ການເປັນປະທານຂອງທ່ານ ບຸນສາ ຄ່ຽມມະນີຂັນໄຊ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງໆສາລະວັນ ແລະ ໃຫ້ກຽດເປັນປະທ່ານຮ່ວມໂດຍ ທ່ານ ສັກດາ ແກ້ວດວງສີ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ມີບັນດາທ່ານຫົວໜ້າຫ້ອງການອ້ອມຂ້າງເມືອງ, ຂະແໜງການຂອງ ພະແນກ ຊສ ແຂວງ ແລະ ພະນັກງານວິຊາການພາຍໃນຫ້ອງການ ຊສ ເມືອງ ເຂົ້າຮ່ວມທັງໝົດ 20 ທ່ານ, ຍິງ 07 ທ່ານ. ປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງໆສາລະວັນ ສະບັບເລກທີ 412 /ຈຂ.ສວ ລົງວັນທີ 10 ມີຖຸນາ 2021 ວ່າດ້ວຍ ການຍົກຍ້າຍພະນັກງານ-ລັດຖະກອນ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ໄປປະຈຳການຢູ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງສາລະວັນ ຈຳນວນ 02 ທ່ານດັ່ງລຸ່ມນີ້:

  1. ທ່ານ ຖາວອນ ແກ້ວວິວິດຈິດ
  2. ທ່ານ ຄຳພາ ໄຊຍະເພັດ

      ຈາກນັ້ນ, ຄະນະປະທານກອງປະຊຸມ ໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ຈົ່ງສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ຕໍ່ໜ້າທີ່ວຽກງານທີ່ ພັກ-ລັດ ຂັ້ນເທີງກໍ່ຄືການຈັດຕັ້ງໄດ້ມອບໝາຍໃຫ້ປະຕິບັດດ້ວຍຄວາມເອົາໃຈໃສ່ສູງ ແລະ ໃຫ້ມີຜົນສຳເລັດຕາມຄາດໝາຍ, ແບ່ງວຽກ, ແບ່ງຄວາມຮັບຜິດຊອບ, ເຮັດວຽກເປັນໝູ່ຄະນະ, ເຄົາລົບລະບຽບຫຼັກການ, ມີຄວາມສາມັກຄີເປັນປືກແຜ່ນ, ມີນ້ຳໃຈເສຍສະຫຼະ ເພື່ອປະເທດຊາດ ແລະ ເພື່ອປະຊາຊົນ.