ໃນວັນທີ 8 ມິຖຸນາ 2021  ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ ໄດ້ຈັດພິທີປະກາດ ຍົກຍ້າຍ, ແຕ່ງຕັ້ງ ຫົວໜ້າພະແນກ, ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຂຶ້ນຢູ່ທີ່ຫ້ອງປະຊຸມພະແນກການເງິນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ພູທົງ ຄຳມະນີວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໆສາລະວັນ ຜູ້ຊີ້ນໍາຂົງເຂດວຽກງານເສດຖະກິດ.

      ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງໆສາລະວັນ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມແຂວງສາລະວັນ ໄດ້ຈັດພິທີຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ຂຶ້ນຜ່ານໂດຍ ທ່ານ ເພັດສະໝອນ ພະສີ ຮອງຄະນະຈັດຕັ້ງແຂວງ ຈຳນວນ 4 ສະບັບຄື:

  1. ສະບັບເລກທີ 374/ຈຂ.ສວ ລົງວັນທີ 27 ພຶດສະພາ 2021 ວ່າດ້ວຍ ການແຕ່ງຕັ້ງຫົວຫນ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ໂດຍເຫັນດີຕົກລົງແຕ່ງຕັ້ງ ທ່ານ ສັກດາ ແກ້ວດວງສີ ກຳມະການພັກແຂວງ ຮັກສາການຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມແຂວງ ເປັນຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ.
  2. ຂໍ້ຕົກລົງ ຂອງທ່ານເຈົ້າແຂວງສະບັບເລກທີ 265/ຈຂ.ສວ ລົງວັນທີ 26 ພຶດສະພາ 2021 ວ່າດ້ວຍ ການຍົກຍ້າຍຮອງຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ ໂດຍເຫັນດີຕົກລົງແຕ່ງຕັ້ງ ທ່ານ ສົມພອນ ແສງສຸລິຈັນ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄປປະຈຳການຢູ່ບ່ອນໃຫມ່ ຢູ່ສະພາປະຊາຊົນແຂວງສາລະວັນ.
  3. ຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 385/ຈຂ.ສວ ລົງວັນທີ 01 ມີຖຸນາ 2021 ວ່າດ້ວຍ ການຍົກຍ້າຍຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງສາລະວັນ ໄປປະຈຳການຢູ່ບ່ອນໃໝ່ ໂດຍເຫັນດີຕົກລົງແຕ່ງຕັ້ງ ທ່ານ ສົມມະນີ ໄຊຍະວົງ ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງສາລະວັນ ໄປປະຈຳການຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ.
  4. ຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 356/ຈຂ.ສວ ລົງວັນທີ 26 ພຶດສະພາ 2021 ວ່າດ້ວຍ ການຕົກລົງແຕ່ງຕັ້ງຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ໂດຍເຫັນດີຕົກລົງແຕ່ງຕັ້ງ ທ່ານ ມະໂນຫວັງ ພົງອຸດົມ ເປັນຮອງຮອງຫົວໜ້າພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ.

      ຈາກນັ້ນ, ທ່ານ ພູທົງ ຄຳມະນີວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໆສາລະວັນ ຜູ້ຊີ້ນໍາຂົງເຂດວຽກງານເສດຖະກິດ ໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ຈົ່ງສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ຕໍ່ໜ້າທີ່ວຽກງານທີ່ ພັກ-ລັດ ຂັ້ນເທີງກໍ່ຄືການຈັດຕັ້ງໄດ້ມອບໝາຍໃຫ້ປະຕິບັດດ້ວຍຄວາມເອົາໃຈໃສ່ສູງ ແລະ ໃຫ້ມີຜົນສຳເລັດຕາມຄາດໝາຍ, ແບ່ງວຽກ, ແບ່ງຄວາມຮັບຜິດຊອບ, ເຮັດວຽກເປັນໝູ່ຄະນະ, ເຄົາລົບລະບຽບຫຼັກການ, ມີຄວາມສາມັກຄີເປັນປືກແຜ່ນ, ມີນ້ຳໃຈເສຍສະຫຼະ ເພື່ອປະເທດຊາດ ແລະ ເພື່ອປະຊາຊົນ.