ໃນຕອນເຊົ້ຂອງວັນທີ 5 ສິງຫາ 2021, ທ່ານ ສັກດາ ແກ້ວດວງສີ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ພ້ອມດ້ວຍຫົວໜ້າຂະແໜງຈັດຕັ້ງ ແລະ ພະນັກງານ ລົງສົມທົບກັບຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງເລົ່າງາມ ໄດ້ເຂົ້າຮ່ວມເຮັດວຽກຮ່ວມກັບ ທ່ານ ສົມສັກ ວົງຄຳຫານ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆເລົ່າງາມ

        ເພື່ອແຈ້ງຈຸດປະສົງ ໃນການລົງຊຸກຍູ້ວຽກງານການກໍານົດຕໍາແໜ່ງງານ ແລະ ການປັບປຸງການຈັດຕັ້ງ ຕາມພາລະບົດບາດໃໝ່ ຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງເລົ່າງາມ. ຫຼັງຈາກນັ້ນ, ທ່ານຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ລົງຕິດຕາມກວດກາການປັບປຸງລະບົບການຄຸ້ມຄອງສິ່ງແວດລ້ອມຂອງບໍລິສັດກ໊າດເກ້ ທີ່ສົ່ງຜົນກະທົບໃຫ້ແກ່ປະຊາຊົນໃນໄລຍະຜ່ານມາ.